ວັນທີ 01 ພຶດສະພາ, ທໍານຽບຂາວ ໄດ້ຮຽກຮ້ອງສະພາແຫ່ງຊາດ ອາເມລິກາ ຈັດແບ່ງບ້ວງເງິນທີີ່ມີມູນຄ່າ 4,5 ຕື້ USD ໃຫ້ແກ່ງົບປະມານໜູນຊ່ວຍໂດຍດ່ວນຕື່ມອີກ ເພື່ອແນໃສ່ແກ້ໄຂວິກິດການຊາຍແດນທາງພາກໃຕ້ ຍ້ອນກະແສຊາວອົບພະຍົບຈາກບັນດາປະເທດ ອາເມລິກາກາງ ສືບຕໍ່ຫຼັ່ງໄຫຼເຂົ້າເຂດຊາຍແດນລະຫວ່າງ ອາເມລິກາ ແລະ ເມັກຊີໂກ. ແລະ ໃນຈໍານວນເງິນດັ່ງກ່າວ ບໍ່ມີບ້ວງເງິນໃດທີ່ໃຊ້ຈ່າຍໃຫ້ແກ່ການກໍ່ສ້າງກໍາແພງຊາຍແດນ.
ລະອຽດ, ຈໍານວນເງິນ 4,5 ຕື້ USD ຈະໄດ້ໃຊ້ຈ່າຍໃຫ້ແກ່ການເພີ່ມຈໍານວນເຂດພັກອາໄສຊົ່ວຄາວ, ເບິ່ງແຍງດູແລເດັກທີ່ບໍ່ທັນບັນລຸນິຕິພາວະ ໂດຍບໍ່ມີຜູ້ໃຫຍ່ໄປນໍາ, ຊ່ວຍເຫຼືອຜູ້ເຂົ້າເມືອງໃໝ່, ກໍ່ສ້າງເຂດກັກຂັງຕື່ມອີກ, ໜູນຊ່ວຍວຽກງານສືບສວນສອບສວນ, ພະລາທິການ ແລະ ການລາດຕະເວນຂອງກໍາລັງພິທັກຮັກສາແຫ່ງຊາດ, ຍົກລະດັບທາງດ້ານເຕັກໂນໂລຢີ ແລະ ໃຊ້ຈ່າຍໃຫ້ບັນດາອົງການປະຕິບັດກົດໝາຍ.
