ຕາມ​ນັ້ນ​ແລ້ວ, ໃນ​ຄຳ​ສັ່ງ​ກັກ​ກັນ​ພະ​ຍາດ​ສັດ​ຕູ​ພືດ (ຂໍ້​ກຳ​ນົດ​​ການນຳ​ເຂົ້າ​ຕະ​ຫຼາດ ອິນ​ເດຍ) ສະ​ບັບ​ປັບ​ປຸງ​ຄັ້ງ​ທີ 5 ປີ 2026, ​ມີ​ຜົນ​ສັກ​ສິດ​ແຕ່​ວັນ​ທີ 13 ກໍ​ລະ​ກົດແລ້ວ, ​ອິນ​ເດຍ​ ໃສ່​ຊື່ ຫວຽດ​ນາມ ເຂົ້າ​​ໃນບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສົ່ງ​ອອກ​ໝາກ​ຖົ່ວ​ລຽນ​ສົດ​ເຂົ້າ​ຕະຫຼາດ​ນີ້.

ອິນ​ເດຍ ແມ່ນ​ຕະຫຼາດ​ທີ່​ມີ​ຂອບ​ຂະ​ໜາດ​ປະ​ຊາ​ກອນ​ໃຫຍ່, ຄົນ​ຊັ້ນ​ກາງ ​ແລະ ຄວາມ​ຕ້ອງ​ການ​ສຳ​ລັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສະ​ບຽງ​ອາ​ຫານ​ນຳ​ເຂົ້າ​ທີ່​ມີ​ຄຸນ​ນະ​ພາບ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ເລື່ອງ​ເຂົ້າ​ເຖິງ​ຕະຫຼາດ​ນີ້ ໄດ້​ສ້າງ​ໂອ​ກາດ​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ ຫັນ​ຕະຫຼາດ​ສົ່ງ​ອອກ​ເປັນຫຼາກຫຼາຍ, ຫຼຸດ​ຜ່ອນ​ການ​ເອື່ອຍ​ອີງ​ເຂົ້າ​ບາງ​ຕະຫຼາດດັ້ງ​ເດີມ, ພ້ອມ​ທັງ​ຍົກ​ສູງ​ມູນ​ຄ່າ ແລະ ທີ່​ຕັ້ງ​ຂອງ​ໝາກ​ຖົ່ວ​ລຽນ ຫວຽດ​ນາມ ໃນ​ຕະຫຼາດ​ສາ​ກົນ.

ປັດ​ຈຸ​ບັນ, ເນື້ອ​ທີ່​ປູກ​ໝາກ​ຖົ່ວ​ລຽນ​ຢູ່ ຫວຽດ​ນາມ ມີ​ປະ​ມານ 190.000 ເຮັກ​ຕາ ແລະ ປີ​ນີ້ ຄາດ​ວ່າ ຈະ​ເກັບ​ກູ້​ໄດ້ກວ່າ 2 ລ້ານ​ໂຕນ. ໃນ 5 ເດືອນ​ຕົ້ນ​ປີ 2026, ການ​ສົ່ງ​ອອກ​ໝາກ​ຖົ່ວ​ລຽນ ຄາດ​ວ່າ​ບັນ​ລຸ 562 ລ້ານ USD.