(ພາບ: Sputnik/Reuters)
ທູດພິເສດ 2 ທ່ານຂອງ ທ່ານປະທານາທິບໍດີ Donald Trump ແມ່ນ ທ່ານ Steve Witkoff ແລະ ທ່ານ Jared Kushner, ຄາດວ່າຈະໄປ ມົດສະກູ ແລະ ກີແອັບ ໃນທ້າຍອາທິດນີ້ ໃນຄວາມມານະພະຍາຍາມໃໝ່ຂອງ ວໍຊິງຕັນ ແນໃສ່ຟື້ນຟູວິວັດທະນາການເຈລະຈາຢຸດຕິການປະທະກັນ ລັດເຊຍ - ຢູແກຼນ ທີ່ຖືກໂຈະໄວ້ໃນຫຼາຍເດືອນຜ່ານມາ. ຄາດວ່າ ທູດພິເສດ 2 ທ່ານຈະພົບປະກັບ ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ຢູ່ ມົດສະກູ ໃນວັນທີ 05 ກັນຍາ, ກ່ອນທີ່ຈະເດີນທາງໄປນະຄອນຫຼວງ ກີແອັບ ພົບປະກັບ ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ໃນວັນທີ 06 ກັນຍາ.
