ນີ້ແມ່ນຖະແຫຼງການຂອງທ່ານ Zalmay Khalilzad ທູດພິເສດ ອາເມລິກາ ທີ່ຮັບຜິດຊອບກ່ຽວກັບບັນຫາ ອາບການິດສະຖານ ທີ່ໄດ້ຍົກອອກມາໃນວັນທີ 31 ສິງຫາ ພາຍຫຼັງ ສອງຝ່າຍສິ້ນສຸດການເຈລະຈາຮອບຫຼ້າສຸດ.

ຕາມທ່ານ Khalilzad ແລ້ວ, ສອງຝ່າຍ ພວມຫຍັບເຂົ້າໃກ້ກັບການບັນລຸໄດ້ຂໍ້ຕົກລົງ, ຕາມນັ້ນແລ້ວ ຈະຫຼຸດຜ່ອນສະພາບການໃຊ້ຄວາມຮຸນແຮງ ແລະ ເປີດຊ່ອງທາງໃຫ້ແກ່ ຊາວ ອາບການິດສະຖານ ສົນທະນາກັນກ່ຽວກັບພື້ນຖານສັນຕິພາບທີ່ “ຍືນຍົງ ແລະ ໜ້າເຄົາລົບນັບຖື”. ທ່ານ Khalilzad ກໍເນັ້ນໜັກວ່າ ຖ້າຫາກບັນລຸໄດ້ຂໍ້ຕົກລົງດັ່ງກ່າວ ຈະຊ່ວຍປັບປຸງ ອາບການິດສະຖານ “ມີອະທິປະໄຕ ແລະ ສາມັກຄີ” ຫາກບໍ່ນາບຂູ່ ອາເມລິກາ ກໍຄືບັນດາປະເທດພັນທະມິດຂອງ ອາເມລິກາ ແລະ ຫຼາຍປະເທດ ອື່ນໆ.