ທ່ານ Staffan de Mistura ທູດພິເສດ ສະຫະປະຊາຊາດ (ພາບ: AFP/TTXVN)

ຮຽກໂຮມຮອບເຈລະຈາທີ 8 ກ່ຽວກັບການປະທະກັນຢ່າງນອງເລືອດທີ່ແກ່ຍາວມາເປັນເວລາກ່ວາ 6 ປີຜ່ານມາຢູ່ ຊີຣີ ຢ່າງຊ້າສຸດແມ່ນໃນທ້າຍເດືອນ ຕຸລາ ຫຼື ຕົ້ນເດືອນ ພະຈິກ ຢູ່ ເຊີແນວ ປະເທດ ສະວິດ. ທ່ານ Mistura ຮຽກຮ້ອງລັດຖະບານ ແລະ ຝ່າຍຄ້ານ ຊີຣີ ຕີລາຄາສະພາບການໃນປະຈຸບັນຕາມພຶດຕິກຳຕົວຈິງ ບົນຈິດໃຈມີຄວາມຮັບຜິດຊອບສູງສຳລັບຊາວ ຊີຣີ, ພ້ອມທັງກະກຽມໃຫ້ລະອຽດ ເພື່ອເຂົ້າຮ່ວມການເຈລະຈາສັນຕິພາບ ເຊີແນວ ເຈລະຈາ 4 ບັນຫາຫຼັກແຫຼ່ງລວມມີ: ອຳນາດການປົກຄອງຂັ້ນສູນກາງ ແລະ ທ້ອງຖິ່ນ, ລັດຖະທຳມະນູນສະບັບໃໝ່, ບັນດາການເລືອກຕັ້ງໄດ້ຮັບການຕິດຕາມກວດກາຈາກ ສປຊ ແລະ ຕ້ານການກໍ່ການຮ້າຍ.