ນະຄອນ Khan Younis, ເຂດ Gaza ພາຍຫຼັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໃນວັນທີ 19 ພຶດສະພາ (ພາບ: TTXVN) |
ຕາມສຳນັກຂ່າວສານຂອງ UAE ແລ້ວ, ອົງມົງກຸດລາຊະກຸມມານ Mohammed bin Zayed Al – Nahyan ໄດ້ຍົກອອກຄຳປາໄສດັ່ງກ່າວໃນການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ອີຢິບ Abdel Fattah al – Sisi, ໃນນັ້ນ, ສະແດງໃຫ້ເຫັນການສະໜັບສະໜູນຂອງ UAE ຕໍ່ບັນດາຄວາມມານະພະຍາຍາມຂອງ ອີຢິບ ເພື່ອແນໃສ່ຊຸກຍູ້ຄຳສັ່ງຢຸດຍິງ ລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ອິດສະລາມ Hamas ຂອງ ປາແລັດສະຕິນ ຢູ່ເຂດ Gaza. ອົງມົງກຸດລາຊະກຸມມານ Mohammed ຢັ້ງຢືນວ່າ UAE ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຝ່າຍເພື່ອຮັກສາຄຳສັ່ງຢຸດຍິງ ແລະ ຊອກຫາວິທີການໃໝ່ແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ບັນລຸໄດ້ສັນຕິພາບ.
ພາຍຫຼັງເກີດການປະທະກັນທີ່ເຄັ່ງຕຶງມາເປັນເວລາ 11 ວັນ, ອິດສະຣາແອັນ ແລະ Hamas ກໍ່ບັນລຸໄດ້ຂໍ້ຕົກລົງຢຸດຍິງ, ໂດຍມີຜົນສັກສິດນັບແຕ່ເວລາ 2 ໂມງ ຂອງວັນທີ 21 ພຶດສະພາ ເປັນຕົ້ນໄປ.

