ທ່ານ Sergey Sobyanin, ເຈົ້າຄອງ ມົດສະກູ ໄດ້ຖະ​ແຫຼງວ່າ ນີ້​ແມ່ນການ​ບຸກໂຈມຕີທີ່ບໍ່ເຄີຍມີມາກ່ອນ, ​ແນ່ນອນ​ວ່າ​ໄດ້​ຂຶ້ນແຜນໄວ້ດ້ວຍ​ຈຸດ​ປະ​ສົງ​ທຳ​ລາຍການເລືອກຕັ້ງ Duma ແຫ່ງ​ຊາດ ລັດເຊຍ (ສະພາຕ່ຳ). ທ່ານ​ໃຫ້​ຮູ້​ວ່າ ນະຄອນຫຼວງຂອງ ລັດ​ເຊຍ ຕ້ອງຮັບສະພາບການ​ບຸກ​ໂຈມ​ຕີ​ດ້ວຍ​ເຮືອນ​ບິນບໍ່​ມີ​ຄົນ​ຂັບ “ທີ່ມີ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ”. ພ້ອມກັນ​ນັ້ນ​ກໍ່​ໃຫ້​ຮູ້​ວ່າ ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຈຳ​ນວນ​ໜຶ່ງ​ໄດ້​ບິນໄປ​ໂຮງ​ງານ​ກັ່ນ​ນ້ຳ​ມັນ ມົດ​ສ​ະ​ກູ, ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ໂຮ​ງ​ງານນີ້.

ນັບແຕ່ວັນທີ 18 ກັນຍາ ຮອດ​ວັນ​ທີ 20 ກັນຍາ, ປະ​ຊາ​ຊົນ ສະຫະພັນ ລັດເຊຍ ໄດ້ໄປປ່ອນ​ບັດເລືອກຕັ້ງ Duma ແຫ່ງຊາດ. ຕາມ​ຄະ​ນະ​ກຳ​ມະ​ການເລືອກຕັ້ງສູນກາງ​ແລ້ວ, ມີປະຊາຊົນກວ່າ 111 ລ້ານຄົນມີເງື່ອນໄຂຢ່າງ​ພຽງ​ພໍເພື່ອປ່ອນບັດເລືອກຕັ້ງ​ໃນ​ຄັ້ງ​ນີ້.