ທ່ານປະທານປະເທດ ຈີນ ສີຈີ້ນຜິງ ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ໂອ້ລົມເຈລະຈາ (ພາບ: THX/TTXVN)

ທ່ານປະທານປະເທດ ຈີນ ສີຈີ້ນຜິງ ແລະ ທ່ານນາຍົກລັດຖະມົນຕີ Viktor Orban ໄດ້ໂອ້ລົມເຈລະຈາຢູ່ນະຄອນຫຼວງ Budapest. ຮຸງກາຣີ ແມ່ນປະເທດສຸດທ້າຍທີ່ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄປຢ້ຽມຢາມ ໃນໄລຍະເຄື່ອນໄຫວຢູ່ເອີຣົບ ເປັນເວລາ 5 ວັນ, ລວມມີທັງ ຝລັ່ງ ແລະ Serbia. ກ່າວຄຳເຫັນໃນການຖະແຫຼງຂ່າວພາຍຫຼັງການໂອ້ລົມເຈລະຈາ, ທ່ານນາຍົກລັດຖະມົນຕີ Viktor Orban ຢັ້ງຢືນວ່າ Budapest ຈະສືບຕໍ່ສ້າງເງື່ອນໄຂໃຫ້ບັນດາບໍລິສັດ ຈີນທີ່ລົງທຶນຢູ່ ຮຸງກາຣີ ຢ່າງສະເໝີພາບ, ພ້ອມທັງສ້າງໂອກາດໃຫ້ບັນດາເຕັກໂນໂລຢີທັນສະໄໝທີ່ສຸດຂອງຝ່າຍຕາເວັນຕົກ ແລະ ຕາເວັນອອກກາງ “ມີໂອກາດໄດ້ພົບປະ ແລະ ສ້າງການຮ່ວມມືຢູ່ ຮຸງກາຣີ”.

ສ່ວນທ່ານປະທານປະເທດ ຈີນ ສີຈີ້ນຜິງ ໃຫ້ຮູ້ວ່າ ທ່ານເຫັນດີເປັນເອກະພາບກັບຍຸດທະສາດມຸ່ງໄປເຖິງທິດຕາເວັນອອກຂອງ ຮຸງກາຣີ, ພ້ອມທັງເນັ້ນໜັກວ່າ ປັກກິ່ງ ສະໜັບສະໜູນ Budapest ສວມບົດບາດໃຫຍ່ກວ່າໃນສະຫະພາບເອີຣົບ (EU) ສຳລັບການຊຸກຍູ້ການພົວພັນລະຫວ່າງ ຈີນ - EU.