Unicef ມອບຖັງເກັບນ້ຳໃຫ້ແກ່ປະຊາຊົນແຂວງຊອກຈັງ ໃນເດືອນ ມິນາ (ພາບ: ກະຊວງແຮງງານ, ທະຫານເສຍອົງຄ້າ ແລະ ສັງຄົມ) |
ວັນທີ 9 ມິຖຸນາ, ຢູ່ແຂວງນິງທ້ວນ, ກອງທຶນ ສະຫະປະຊາຊາດເພື່ອເດັກນ້ອຍ (UNICEF) ປະຈຳຫວຽດນາມ ໄດ້ສົມທົບກັບສູນນ້ຳສະອາດ ແລະ ອະນາໄມສິ່ງແວດລ້ອມຊົນນະບົດ (ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງນິງທ້ວນ) ຈັດຕັ້ງການສະໜອງ, ໜູນຊ່ວຍຢ່າງຮີບດ່ວນເຄື່ອງໃຊ້ໃນຊີວິດປະຈຳວັນ, ວັດຖຸສິ່ງຂອງທີ່ຈຳເປັນໃນການເຮັດອະນາໄມ,ທຳຄວາມສະອາດ ເພື່ອ ປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19 ແລະ ໄພແຫ້ງແລ້ງ ລວມມີຖັງຕອງນ້ຳ, ສະບູ່, ນ້ຳຢາລ້າງມື ໃຫ້ແກ່ບັນດາຄອບຄົວ, ຮາກຖານສາທາລະນະສຸກບາງຕາແສງ ແລະ ບັນດາໂຮງຮຽນໃນບໍລິເວນແຂວງ.
