ເມື່ອ​ກ່າວ​ຄຳ​ເຫັນ​ໃນ​ການ​ເຮັດ​ວຽກ, ທ່ານ​ນາງ Monica Juma ຢັ້ງ​ຢືນ​ວ່າ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພາກ​ພື້ນ​ບຸ​ລິ​ມະ​ສິດ​ຂອງ UNODC ໃນ​ສະ​ພາບ​ການ​ພາ​ກ​ພື້ນ​ພວມ​ປະ​ເຊີນ​ໜ້າ​ກັ​ບ​ສິ່ງ​ທ້າ​ທາຍ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງກວ່າ, ເຊັ່ນ: ຢາ​ເສບ​ຕິດ, ອາ​ຊະ​ຍາ​ກຳ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັ​ດ​, ການ​ສໍ້​ໂກງ​ທາງ​ອິນ​ເຕີ​ເນັດ, ການ​ຄ້າ​ມະ​ນຸດ, ໄພຟອກ​ເງິນ ແລະ ບັນ​ດາ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ.

ສ່ວນ​ທ່ານ​ ຫວູ​ເລ​ຖາຍ​ຮ​ວ່າງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສ.ໂອ​ຕາ​ລິດ, ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ໜູນ​ຊ່ວຍ​ຂອງ UNODC ສຳ​ລັບ ອາ​ຊຽນ ແລະ ພາກ​ພື້ນ; ພ້ອມ​ທັງ​ສະ​ເໜີ​ໃຫ້ UNODC ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​ຕໍ່​ບັນ​ດາ​ໂຄງ​ການ​ກໍ່​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ, ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ ແລະ ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ເຄື່ອງ​ມື​ທາງ​ດ້ານ​ນິ​ຕິ​ກຳ​ສາ​ກົນ ກ່ຽວ​ກັບ​ການ​ປ້ອງ​ກັນ​, ຕ້ານ​ອາ​ດ​ຊະ​ຍາກ​ຳ​ຂ້າມ​ຊາດ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ.