ຕາມ​ທະ​ນາ​ຄານ UOB ແລ້ວ, ການ​ດັດ​ປັບ​ດັ່ງ​ກ່າວ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ດ້ວຍ​ທ່າ​ເຕີບ​ໂຕ​ທີ່​ຕັ້​ງ​ໜ້າ​ຂອງ​ຂົງ​ເຂດ​ຜະ​ລິດ, ການ​ລົງ​ທຶນ ແລະ ກະ​ແສ​ເງິນ​ລົງ​ທຶນ FDI, ເຖິງວ່າ​ພື້ນ​ຖານ​ເສດ​ຖະ​ກິດ​ຍັງ​ຄົງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງຫຼາຍ​ຢ່າງ​ຈ​າກ​ຄວາມ​ເຄັ່ງ​ຕຶງ​ດ້ານ​ພູ​ມີ​ສາດ​ການ​ເມືອງງ​ແລະ ບັນ​ດາ​ສິ່ງ​ຂາດ​ສະ​ຖຽນ​ລະ​ພາບ​ຂອງ​ການ​ຄ້າ​ທົ່ວ​ໂລກ. UOB ຕີ​ລາ​ຄາ​ວ່າ ເສດ​ຖະ​ກິດ ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ 6 ເດືອນ​ທ້າຍ​ປີ ດ້ວຍ​ພື້ນ​ຖານ​ທີ່​ຕັ້ງ​ໜ້າກວ່າ​ການ​ຄາດ​ຄະ​ເນ.

UOB ຖື​ວ່າ ໝາກ​ຜົນ​ນີ້​​ລື່ນ​ກາຍ​ຄວາມ​ຫວັງ​ກ່ອນ​ໜ້າ​ນັ້ນຫຼາຍ​ພໍ​ສົມ​ຄວນ, ໃນ​ສະ​ພາບ​ການ​ຄວາມ​ເຄັ່ງ​ຕຶງ​ດ້ານ​ພູ​ມີ​ສາດ​ການ​ເມືອງ​ຢູ່​ຕາ​ເວັນ​ອອກ​ກາງ​ແກ່​ຍາວ ແລະ ລາ​ຄ​າ​ພະ​ລັງ​ງານ​ຮັກ​ສາ​ຢູ່​ໃນ​ລະ​ດັບ​ສູງ. ທ່ວງ​ທ່າ​ເຕີບ​ໂຕ​ໄດ້​ຮັບ​ຮູ​້​ໃນ​ວົງ​ກວ້າງ​ໃນ​ບັນ​ດາ​ຂົງ​ເຂດ​ຄື ອຸດ​ສາ​ຫະ​ກຳ, ການ​ກໍ່​ສ້າງ, ການ​ບໍ​ລິ​ການ ແລະ ກະ​ສິ​ກຳ, ຊ່ວຍ​ໃຫ້ ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ທີ່​ຕັ້ງ​ເປັນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ລະ​ດັບ​ການ​ເຕີບ​ໂຕ​ໄວ​ກວ່າ​ໝູ່​ໃນ ອາ​ຊຽນ.

ຕາມ​ຕົວ​ເລກ​ໂດຍ​ກົມ​ສະ​ຖິ​ຕິ​ໄດ້​ປະ​ກາດ​ຫວ່າງ​ມໍ່ໆ​ມາ​ນີ້, GDP ໄຕ​ມາດທີ II/2026 ເພີ່ມ​ຂຶ້ນ 8,39% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ, ສູງກວ່າ​ລະ​ດັບ 7,94% ຂອງ​ໄຕ​ມາດ​ທີ I, ຍົກ​ລະ​ດັບ​ການ​ເຕີບ​ໂຕ 6 ເດືອນ​ຕົ້ນ​ປີ 2026 ຂຶ້ນ​ເປັນ 8,18%. ໃນ​ຂະ​ນະ​ນັ້ນ, ໄພ​ເງິນ​ເຟີ້ ມີ​ສັນ​ຍານຫຼຸດ​ລົງ​ພາຍຫຼັງ​ໄລ​ຍະ​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ຕາມ​ທະ​ນາ​ຄານ UOB ແລ້ວ, ເລື່ອງ​ລັດ​ຖະ​ບານ​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ລາ​ຄາ​ເຊື້ອ​ເພີງ ແລະ ຊຸກ​ຍູ້​ການ​ນຳ​ໃຊ້​ລົດ​ໄຟ​ຟ້າ, ເຊື້ອ​ເພີງ​ຊີ​ວະ​ພາບ ໄດ້​ປະ​ກອບ​ສ່ວນຫຼຸດ​ຜ່ອນ​ກຳ​ລັງ​ກົດ​ດັນ​ໄພ​ເງິນ​ເຟີ້.