ຕາມ UOB ແລ້ວ​, 9 ເດືອນ​ຂອງ​ປີ​ນີ້​, ອຸດ​ສາ​ຫະ​ກຳ ແລະ ການ​ກໍ່​ສ້າງ​ເພີ່ມ​ຂຶ້ນ​ກວ່າ 11%, ປະ​ກອບ​ເກືອບ 50% ເຂົ້າ​ລະ​ດັບ​ການ​ເພີ່ມ​ຍອດ​ມູນ​ຄ່າ​ເພີ່ມ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​, ສູງ​ກວ່າ​ການ​ບໍ​ລິ​ການ​. ໃນ​ຂະ​ນະ​ນັ້ນ​, ຂະ​ແໜງເອ​ເລັກ​ໂຕ​ນິກ ຮັກ​ສາ​ບົດ​ບາດ​ເສົາ​ຄຳ​້, ດ້ວຍ​ວົງ​ເງິນ​ການ​ສົ່ງ​ອອກ​ຄອມ​ພິວ​ເຕີ​, ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ນິກ ແລະ ເຄື່ອງ​ອາໄຫຼ່ ​ຮອດ​ກາງເດືອນ​ກັນ​ຍາ ​ບັນ​ລຸ​ປະ​ມານ 111 ຕື້​ໂດລາ​ສະ​ຫະ​ລັດ​. ການ​ເຕີບ​ໂຕ​ໃນ​ໄຕ​ມາດ IV ອາດ​ຈະ​ບັນ​ລຸ​ປະ​ມານ 9,7%, ໄດ້​ໜູນ​ຊ່ວຍ​ຍ້ອນ​ການ​ຍູ້​ແຮງ​ການ​ປ່ອຍ​ເງິນ​ລົງ​ທຶນ​ຂອງ​ລັດ​ໃນໄລ​ຍະ​ທ້າຍ​ປີ​, ຊ່ວຍໃຫ້​ລະ​ດັບ GDP ບັນ​ລຸ 9,2%.