ໂດຍມຸ່ງໄປເຖິງການສະເຫຼີມສະຫຼອງ 79 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2026), ວັນທີ 19 ກໍລະກົດ, ຢູ່ຮ່າໂນ້ຍ ບໍລິສັດຮູບເງົາສາລະຄະດີ ແລະ ວິທະຍາສາດສູນກາງໄດ້ສົມທົບກັບ BEAT Network ຈັດຕັ້ງລາຍການສາຍຮູບເງົາສາລະຄະດີ “ຄົນໃນລົດເຂັນ” ຂອງອະດີດຜູ້ກຳກັບຮູບເງົາ, ນັກສິລະປິນ ປະຊາຊົນ ເລແມັ້ງທິກ. ດ້ວຍໄລຍະເວລາ 25 ນາມີ, ຮູບເງົາສາລະຄະດີ “ຄົນໃນລົດເຂັນ” ໄດ້ພາຜູ້ຊົມເຫັຮໄດ້ເຖິງ ການດຳລົງຊີວິດຂອງນັກຮົບເສຍອົງຄະພາຍຫຼັງກັບເມືອບ້ານຈາກສົງຄາມ. ບໍ່ພຽງແຕ່ຢຸດຢູ່ການຈັດຕັ້ງສາຍຮູບເງົາ, ລາຍການນີ້ຍັງສ້າງສະຖານທີ່ເພື່ອໃຫ້ບັນດາອະດີດນັກຮົບພົບປະແລກປ່ຽນກັບໄວໜຸ່ມ, ພ້ອມກັນລົມກັນເລື່ອງລາວທີ່ເຕັມໄປດ້ວຍຄວາມໝາຍ ກັບບັນດາຜູ້ປະຖະກະຖາ, ແຂກຖືກເຊີນ. ໃນໄລຍະຈະມາເຖິງ, ບໍລິສັດຮູບເງົາ ສາລະຄະດີ ແລະ ວິທະຍາສາດ ສູນກາງຈະສືບຕໍ່ແນະນຳຜົນງານໃໝ່ຫຼາຍຢ່າງກ່ຽວກັບນັກວິລະຊົນເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີ ຕໍ່ການປະຕິວັດ, ພິເສດແມ່ນເລື່ອງລາວຕ່າງໆຫຼັງສົງຄາມ.
