ພິທີສະເໜີຕົວຊຸດສະແຕມ

ໂດຍກຸ່ມບໍລິສັດໄປສະນີ ຝະຣັ່ງ - La Poste ຈະໄດ້ຈຳໜ່າຍກ້ວາງຂວາງຢ່າງເປັນທາງການໃນໄລຍະຈະມາເຖິງ.

ພິທີສະເໜີຕົວຊຸດສະແຕມໄດ້ຈັດຕັ້ງຢູ່ສຳນັກງານຂອງອົງການສຶກສາ - ວິທະຍາສາດ - ວັດທະນະທຳ ສະຫະປະຊາຊາດ UNESCO ໃນຕອນຄ່ຳວັນທີ 22/11, ໃນເຫດການວາງສະແດງ ແລະ ສະແດງວັດທະນະທຳທີ່ມີຊື່ວ່າ “ຄວາມໃຫຍ່ໂຕມະໂຫຖານຂອງທະເລ ຫວຽດນາມ”. ກ່າວຄຳເຫັນນະທີ່ນີ້, ຜູ້ຕາງໜ້າຂອງກຸ່ມບໍລິສັດໄປສະນີ ຝະຣັ່ງ ທ່ານ Bernard Combes ໃຫ້ຂໍ້ສັງເກດວ່າ:

ຢູ່ຍຸກສະໄໝເຕັກໂນໂລຢີດີຈີຕອນໃນປະຈຸບັນ, ບັນດາ ສະແຕມ ຍັງຄົງມີຄວາມໝາຍໂຄສະນາ ແລະ ສົ່ງສານຢ່າງໃຫຍ່ຫລວງ. ສຳລັບພວກຂ້າພະເຈົ້າແລ້ວ, ນີ້ແມ່ນຄວາມເປັນກຽດ ເມື່ອໄດ້ຮ່ວມເດີນທາງປະຕິບັດຊຸດສະແຕມທຳອິດນີ້ ກ່ຽວກັບຄວາມໃຫຍ່ໂຕມະໂຫຖານຂອງທະເລ, ໝູ່ເກາະ ຫວຽດນາມ ເພື່ອປະກອບສ່ວນໂຄສະນາເຜີຍແຜ່ຮູບພາບຂອງປະເທດ ຫວຽດນາມ ຢູ່ ຝະຣັ່ງ ກ່ວາອີກ. ສະແຕມ 5 ຊຸດນັ້ນ ມີຄວາມປະທັບໃຈທີ່ສຸດກ່ຽວກັບບັນດາທິວທັດທຳມະຊາດ ທີ່ໄດ້ຮັບຖືວ່າປຽບເໝືອນຊັບສົມບັດຂອງ ຫວຽດນາມ”.