ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ການ​ຄ້າ​ເສ​ລີ ເອີ​ລົບ (EFTA), ເອີ້ນ​ຫຍໍ້​ວ່າ ສັນ​ຍ​າ VEFTA ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 18 ຕຸ​ລາ, ພາຍ​ຫຼັງ​ວິ​ວັດ​ການ​ເຈ​ລະ​ຈາ​ເປັນ​ເວ​ລາ 14 ປີດ້ວຍ​ການ​ເຈ​ລະ​ຈາ 21 ຄັ້ງ. ດັ່ງ​ນັ້ນ, ມາ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ​ໄດ້​ລົງ​ນາມ FTA 18 ສະ​ບັບ, ໃນ​ນັ້ນ​ມີ FTA ໃໝ່, ມີ​ມາດ​ຖານ​ສູງຫຼາຍ​ສະ​ບັບ.

ສັນ​ຍາ VEFTA ທີ່​ລົງ​ນາມ​ມີ​ຄວາ​ມ​ໝາຍ​ຍຸດ​ທ​ະ​ສາດ​ຢ່າງ​ເລິກ​ເຊິ່ງ ໃນ​ສະ​ພາບ​ການ​ການ​ຄ້າ​ທົ່ວ​ໂລກ​ມີ​ການ​ຜັນ​ແປຫຼາຍ​ຢ່າງ, ການ​ແກ້ງ​ແຍ້ງ​ກັນ​ດ້ານ​ພູ​ມີ​ສາດ​ການ​ເມືອງເພີ່ມ​ຂຶ້ນ​, ການ​ແກ້ງ​ແຍ້ງ​ກັນດ້ານ​ການ​ຄ້າທີ່​ຮ້າຍ​ແຮງ ແລະ ລັດ​ທິ​ອາ​ລັກ​ຂາ​ມີ​ທ່າ​ອ່ຽງ​ກັບ​ຄືນ​ມາ. ເປັນ​ຕົ້ນ​ແມ່ນ​ບັນ​ບັນ​ດາ​ສະ​ມາ​ຊິກ EFTA (ລວມ​ມີ ສະ​ວິດ, ນອກ​ແວ, ອຽງ​ລັງ ແລະ ລິດ​ເຕີ​ສະ​ແຕນ) ລ້ວນ​ແຕ່​ແມ່ນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ​ແຖວ​ໜ້າ​ອາ​ຊີ, ຂຶ້ນ​ກັບ​ກຸ່ມ​ແຖວ​ໜ້າ​ໂລກ ແລະ ນັດ​ວັດ​ຕະ​ກຳ. ທ່ານປ.ອ ເລ​ຢຸຍ​ບິ່ງ, ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ, ຜູ້​ອຳ​ນວຍ​ການ Economica ຫວຽດ​ນາມ ໃຫ້​ຮູ້​ວ່າ:

ສັນ​ຍາ​ຈະ​ຊ່ວຍ​ຫວຽດ​ນາມ ຫັນ​ລະ​ບົບ​ສະ​ໜອງ​ເປັນຫຼາຍ​ຮູບ​ແບບ, ນັບ​ທັງ​ສົ້ນ​ອອກ​ແມ່ນ​ຕະຫຼາດ​ຊົມ​ໃຊ້ ແລະ ສົ້ນ​ເຂົ້າ​ຮັບ​ໃຊ້​ການ​ຜະ​ລິດ. ຕາມ​ນັ້ນ​ແລ້ວ, ຫວຽດ​ນາມ ຈະ​ມີ​ໂອ​ກາດ​ຫັນ​ແຫຼ່ງ​ສະ​ໜອງ​ເຕັກ​ໂນ​ໂລຢີ​, ວັດ​ຖຸ​ອຸ​ປະ​ກອນ, ຜະລິດຕະພັນການ​ຢາ ແລະ ວັດ​ຖຸ​ດິບ​ສົ້ນ​ເຂົ້າ​​ເປັນຫຼາຍ​ຮູບ​ແບບ ເພື່ອ​ຮັບ​ໃຊ້​ການ​ຜະ​ລິດ, ປຸງ​ແຕ່ງຢູ່​ພາຍ​ໃນ​ປະ​ເທດ, ຜ່ານ​ນັ້ນຫຼຸດ​ຜ່ອນຄວາມ​ສ່ຽງ​ເມື່ອ​ບັນ​ດາ​ຕະຫຼາດ​ອື່ນ​ມີ​ການ​ຜັນ​ແປ. ນີ້​ແມ່ນ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ສັນ​ຍາ​ໃນ​ສະ​ພາບ​ການ​ການ​ຄ້າ​ທົ່ວ​ໂລກ ໃນ​ປັດ​ຈຸ​ບັນ ແລະ VEFTA ໄດ້​ຮັບ​ການ​ລົງ​ນາມ.