Vietnam Airlines ແລະ Sentosa Development Corporation (SDC) ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື (ພາບ: VTC)

ການຮ່ວມມືດ້ວຍຄວາມຫວັງວ່າຈະນຳມາເຊິ່ງຜົນປະໂຫຍດສູງສຸດໃຫ້ແກ່ລູກຄ້າ, ກໍ່ຄືປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ ລະຫວ່າງ ຫວຽດນາມ ແລະ ສິງກະໂປ. Vietnam Airlines ແລະ SDC ຈະພ້ອມກັນສ້າງບັນດາຜະລິດຕະພັນດ້ານການທ່ອງທ່ຽວ, ໂປໂມຊັ່ນຕ່າງໆ ເພື່ອໂຄສະນາໃຫ້ ເຊັນໂຕຊ່າ ປຽບເໝືອນສະຖານທີ່ທ່ອງທ່ຽວແຖວໜ້າ ແລະ ດຶງດູດຜູ້ໂດຍສານຂອງ Vietnam Airlines ໄປເກາະ ເຊັນໂຕຊ່າ, ສິງກະໂປ. ພ້ອມດຽວກັນນັ້ນ, ສອງຝ່າຍຈະປະສານສົມທົບກັນໃນບັນດາລາຍການໂຄສະນາສະຖານທີ່ທ່ອງທ່ຽວ ເຊັນໂຕຊ່າ ແລະ ບັນດາຜະລິດຕະພັນ, ການບໍລິການຂອງ Vietnam Airlines.

ໃນໂອກາດນີ້, ສອງຝ່າຍຕົກລົງຮ່ວມມືສ້າງໂປໂມຊັ່ນໃຫ້ສະເພາະຜູ້ໂດຍສານຂອງ Vietnam Airlines ເມື່ອບິນໄປ ສິງກະໂປ.

Vietnam Airlines ປັດຈຸບັນພວມດຳເນີນຖ້ຽວບິນຕົງໄປຍັງ ສິງກະໂປ ຈາກ ນະຄອນໂຮ່ຈິມິນ ແລະ ຮ່າໂນ້ຍ, ດ້ວຍ 28 ຖ້ຽວຕໍ່ອາທິດ.