ງານ​ວາງ​ສະ​ແດງ​ສາ​ກົນ​ສະ​ເພາະ​ຂະ​ແໜງ​ການ​ແພດ, ການ​ຢາ ຫວຽດ​ນາມ ຄັ້ງ​ທີ 34 ປີ 2026 (Vietnam Medipharm 2026) ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 06 – 09 ພຶດ​ສະ​ພາ, ຢູ່ ຮ່າ​ໂນ້ຍ ດ້ວຍ​ຂອບ​ຂະ​ໜາດຮ້າງວາ​ງ​ສະ​ແດງ​ 400 ຮ້ານ​ຂອງ 300 ອົງ​ການ, ວິ​ສາ​ຫະ​ກິດ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ, ຄື: ແບນ​ຊິກ, ເຢຍ​ລະ​ມັນ, ລັດ​ເຊຍ, ອາ​ເມ​ລິ​ກາ, ອິນ​ເດຍ, ຍີ່​ປຸ່ນ, ສ.ເກົາ​ຫຼີ…

ຕາມ​ທ່ານ ວູ​ແມ້ງ​ຮ່າ, ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ແລ້ວ, ງານ​ວາງ​ສະ​ແດງ​ໄດ້​ເປີດກວ້າງ​ໄປ​ສູ່​ຫຼາຍ​ຂົງ​ເຂດ​ໃໝ່, ຄື: ເຕັກ​ໂນ​ໂລ​ຊີ​ການ​ແພດ​ອັດ​ສະ​ລິ​ຍະ, ການ​ສົ່ງ​ເສີມສຸ​ຂະ​ພາບ​​ສຳ​ລັບ​ຜູ້​ມີ​ອາ​ຍຸ​ສູງ, ການ​ບໍ​ລິກ​ານ​ເບິ່ງ​ແຍງ​ດູ​ແລ​ໄລ​ຍະ​ຍາວ… ນີ້​ແມ່ນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາ​ຢ່າງ​ໃຫຍ​່​ຫຼວງ, ສອດ​ຄ່ອງ​ກັບ​ທ່າ​ອ່ຽງ​ຫັນ​ເປັນ​ດ​ີ​ຈີ​ຕອນ ແລະ ຄວາມ​ຕ​້ອງ​ການ​​ສົ່ງ​ເສີມ​​ສຸ​ຂະ​ພາບ​ຮອບ​ດ້ານ​ຂອງ​ປະ​ຊາ​ຊົນ.

ໃນ​ຂອບ​ເຂດ​ງານ​ວາງ​ສະ​ແດງ ກໍ່​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ, ຄື: ກອງ​ປະ​ຊຸມ​ສຳ​ມະ​ນາ, ການ​ໂອ້​ລົມ​ສົນ​ທະ​ນາ; ເຂດກວດພະ​ຍາດ​ໂດຍນຳ​ໃຊ້​ເຕັກ​ໂນ​ໂລ​ຊີ Health Kiosk.