ກຸ່ມ​ບໍ​ລິ​ສັດ​ອຸດ​ສ​າ​ຫະ​ກຳ - ໂທ​ລະຄົມ​ມະ​ນາ​ຄົມ​ກອງ​ທັບ Viettel ຫາ​ກໍ່​ກາຍ​ເປັນ​ຄູ່​ຮ່ວມ​ມື​ທຳ​ອິດ​ໃນ​ທົ່ວ​ໂລກເຊັນ​ໂຄງ​ການ​ເຂົ້າ​ນຳ​ໃຊ້ພ​ຼາດ​ຟອມ 6G ​ກັບ Qualcomm Technologies (ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ນາໆ​ຊາດ​ຂອງ ອາ​ເມ​ລິ​ກາ) ເຊິ່ງ​ເປີດ​ໂອ​ກາດ​ເຂົ້າ​ຮ່ວມ​ຄົ້ນ​ຄ້​ວາ ແລະ ພັດ​ທ​ະ​ນາ​ເຕັກ​ໂນ​ໂລ​ຢີ​ເຄືອ​ຂ່າຍ​ໂທ​ລະ​ສັບ​ມື​ຖື​ລຸ້ນ​ໃໝ່​ນັບ​ແຕ່​ຫົວ​ທີ. ສອງ​ຝ່າຍ​ໄດ້​ມຸ່ງ​ໄປ​ເຖິງ​ການ​ປະ​ຕິ​ບັດ​ການ​ຄຶ​້ນ​ໂທ​ລະ​ສັບ 6G ກ່ອນ​ເຮັດ​ທຸ​ລະ​ກຳ ​ທຳ​ອິດ​ ໃນ​ຕົ້ນ​ປີ 2029 ບົນ​ລະ​ບົບ ແລະ ວັດ​ຖຸ​ອຸ​ປະ​ກອນ​ໂດຍ Viettel ຄົ້ນ​ຄ້​ວາ, ພັດ​ທະ​ນາ ແລະ ຜະ​ລິດ.

ຕາມ​ຂໍ້​ຕົກ​ລົງ​ຮ່ວມ​ມື​ແລ້ວ, Viettel ຈະ​ປະ​ສານ​ສົມ​ທົບ​ກັບ Qualcomm ຄົ້ນ​ຄ້​ວາ, ອອກ​ແບບ, ພັດ​ທະ​ນາ ແລະ ພັດ​ທະ​ນາ​ບັນ​ດາ​ປ້ອມ​ຮັບ​ - ແຈກ​ຢາຍ​ຄື້ນ 6G. Viettel ຮັບ​ປະ​ກັນ​ບັນ​ດາ​ຂັ້ນ​ຕອນ​ຄົ້ນ​ຄ້​ວາ, ອອກ​ແບບ, ສະ​ສົມ, ຜະ​ລິດ, ທົດ​ລອງ ແລະ ຕີ​ລາ​ຄາ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ໃນ​ຂະ​ນະ​ທີ່ Qualcomm ສະໜອງ ພ​ຼາດ​ຟອມ​ເຕັກ​ໂນ​ໂລ​ຢີ chipset. ສອ​ງ​ຝ່າຍ​ກໍ່​ຈະ​ປະ​ສານ​ສົມ​ທົບ​ກັນ​ຕີ​ລາ​ຄາ​ຄວາມ​ສາ​ມາດ​ປັບ​ຕົວ​ໃຫ້​ເຂົ້າ​ກັນ ລະ​ຫວ່າງ​ພື້ນ​ຖານ ພ​ຼາດ​ຟອມ 6G ຂອງ Qualcomm ກັບ​ວັດ​ຖຸ​ອຸ​ປະ​ກອນ​ໂດຍ Viettel ພັດ​ທະ​ນາ, ພ້ອມ​ກັບ​ປະ​ສິດ​ທິ​ຜົນ​ຂອງ​ການ​ເຄື່ອນ​ໄຫ​ວ​ໃນ​ເງື່ອນ​ໄຂ​ຂຸດ​ຄົ້ນ​ຕົວ​ຈິງ.