ພິທີລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການອຸປະຖໍາ (ພາບ: VOV) |
ນີ້ແມ່ນບັນດາໂຄງການດີເລີດ ນໍາມາເຊິ່ງຜົນປະໂຫຍດອັນແທດຈິງໃນບັນດາຂົງເຂດສໍາຄັນຄື Big Data, Gen, ຈຸລັງ... ໄປຄຽງຄູ່ກັນນັ້ນ, ກອງທຶນດັ່ງກ່າວ ກໍຈະໜູນຊ່ວຍບັນດາໂຄງການເຫຼົ່ານັ້ນດ້ວຍບັນດາແຫຼ່ງກໍາລັງອື່ນໆຄື ແນະນໍາ, ສະແໜອງນັກຊ່ຽວຊານເປັນທີ່ປຶກສາ, ສະໜອງຖານຂໍ້ມູນ ແລະ ຊັບສິນທາງປັນຍາຈາກ Vingroup ອີກດ້ວຍ. ທ່ານສາດສະດາຈານ ຫວູຮ່າວັນ, ຜູ້ອໍານວຍການກອງທຶນປ່ຽນແປງໃໝ່ປະດິດຄິດສ້າງ Vingroup ແບ່ງປັນວ່າ ກອງທຶນປາດຖະໜາຢາກສ້າງນັກວິທະຍາສາດລຸ້ນໜຸ່ມ, ປັນຍາຊົນໜຸ່ມ ເພື່ອພັດທະນາ Vingroup ແລະ ນໍາຫວຽດນາມ ກາຍເປັນປະເທດໃຫຍ່ໃນໂລກ.

