ບົດສາລະຄະດີ podcast “ຮອຍຍິ້ມ 5 ຊັງຕີແມັດຢູ່ຍອດພູ ຣັງເກືອ” ຂອງນັກຂ່າວ ອານກຽນ ແລະ ຄັກກຽນ ອົງການປະຈຳເຂດຕາເວັນຕົກສຽງເໜືອຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບລາງວັນດີເດັ່ນໃນໝວດທັດສະນະຂອງ ລາງວັນສະມາຄົມກະຈາຍສຽງໂທລະພາບ ອາຊີ - ປາຊີຟິກ (ABU) 2026 ໃນພິທີມອບລາງວັນທີ່ຈັດຂຶ້ນໃນຕອນຄ່ຳວັນທີ 01 ພະຈິກ, ຢູ່ Colombo, ສີລັງກາ. ນີ້ແມ່ນປີທີ 6 ຢ່າງລຽນຕິດທີ່ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບລາງວັນໃຫຍ່ທີ່ພິທີມອບລາງວັນ ABU.
ບົດຜົນງານໄດ້ພາຜູ້ຟັງໄປສູ່ເຂດຍອດພູ ຣັງເກືອ, ຢູ່ບ້ານ ສິນຊວຍໂຮ່, ແຂວງ ລາຍເຈົາ, ບ່ອນທີ່ປ່າ Rhododendron ມີອາຍຸນັບຮ້ອຍປີຖືກໄຟໄໝ້ປ່າໃນຕົ້ນປີ 2025; ບົດຂຽນໄດ້ເລົ່າເລື່ອງລາວຂອງຊາວເຜົ່າ ມົ້ງ ຢູ່ບ້ານ ສິນຊວຍໂຮ່ ທີ່ປູກປ່າ Rhododendron ຄືນໃໝ່ພາຍຫຼັງເຫດໄຟໄໝ້ປ່າ, ແລະການເດີນທາງປິ່ນປົວຮັກສາຂອງທຳມະຊາດ ແລະ ມະນຸດ.
ນີ້ແມ່ນຄັ້ງທຳອິດທີ່ອົງການປະຈຳຢູ່ພາຍໃນປະເທດຂອງວິທະຍຸກະຈາຍສຽງ ຫວຽດນາມ ເຂົ້າຮ່ວມລາງວັນ ABU ແລະໄດ້ຮັບລາງວັນວິຊາສະເພາະທີ່ມີຊື່ສຽງນີ້.
