ກຸ່ມນັກຂ່າວພະແນກລາຍການພາສາຕ່າງປະເທດ VOV5 ໄດ້ຮັບລາງວັນທີ່ງານແຂ່ງຂັນ

ວິທະຍຸກະຈາຍສຽງຫວຽດນາມ (VOV) ມີ 7 ຜົນງານທີ່ໄດ້ຮັບ ລາງວັນທົ່ວປະເທດ ກ່ຽວກັບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ ຄັ້ງທີ 7 ໃນປີ 2021, ໃນນັ້ນມີ 2 ລາງວັນທີໜຶ່ງ ແລະ 1 ລາງວັນທີສອງ.

ປີນີ້, ວິທະຍຸກະຈາຍສຽງຫວຽດນາມໄດ້ເຂົ້າຮ່ວມທຸກປະເພດສື່ມວນຊົນຄື ລາຍການກະຈາຍສຽງ, ໂທລະພາບ, ໜັງສືພິມເອເລັກໂຕນິກ, ສື່ສິ່ງພິມ ແລະ ໄດ້ຮັບລາງວັນໃນທຸກປະເພດສື່ມວນຊົນ ດັ່ງກ່າວ.