(ທ່ານໂງມິງຫຽນ, ຮອງຜູ້ອຳນວຍການໃຫຍ່ VOV) |
ນີ້ແມ່ນເຫດການສາກົນໂດຍ VOV ຈັດຕັ້ງ ເພື່ອແນໃສ່ຜູກຮັດ ແລະ ຊຸກຍູ້ນ້ຳໃຈສາມັກຄີມິດຕະພາບລະຫວ່າງບັນດາປະເທດອາຊຽນ ແລະ 3 ປະເທດບ້ານໃກ້ເຮືອນຄຽງແມ່ນ: ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ. ທ່ານໂງມິງຫຽນ, ຮອງຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ.
“ສິ່ງສຳຄັນທີ່ສຸດແມ່ນຄຸນນະພາບຂອງງານປະກວດປີນີ້ ອິດທິພົນຊື່ສຽງຈະໄດ້ຮັບການຍົກສູງຂຶ້ນ ເມື່ອພວກເຮົາຈັດຕັ້ງຢ່າງລະອຽດ, ມີການສົມທົບກັນຢ່າງແໜ້ນແຟ້ນ ແລະ ການໜູນຊ່ວຍຢ່າງສຸດຂີດຈາກຄະນະກຳມະການປະຊາຊົນແຂວງກວາງນິງ. ຂ້າພະເຈົ້າເຊື່ອໝັ້ນວ່າ, ງານປະກວດຄັ້ງນີ້ຈະປະສົບຜົນສຳເລັດຢ່າງດີງາມ ແລະ ຍົກສູງເຄື່ອງໝາຍການຄ້າຂອງ VOV ແລະ ພາບພົດຂອງແຂວງກວາງນິງ”.
ສ່ວນຝ່າຍກວາງນິງ, ຜູ້ຕາງໜ້າການນຳແຂວງໃຫ້ຄຳໝັ້ນສັນຍາວ່າ ຈະໜູນຊ່ວຍ, ຮັບປະກັນວຽກງານການບໍລິການ, ພະລາທິການ; ສາທາລະນະທຸກ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມ…

