ທ່ານ ຫງວຽນເທ໋ກີ ໄດ້ແນະນຳໂດຍສັງເຂບ ກ່ຽວກັບການສ້າງຕັ້ງ ແລະ ພັດທະນາຂອງ VOV ໃນຊຸມປີຜ່ານມາ. ປັດຈຸບັນ, VOV ແມ່ນອົງການນຳໜ້າ ຫວຽດນາມ ໃນຂົງເຂດກະຈາຍສຽງ ແລະ ຢືນອັນດັບ 2 ໃນຂົງເຂດໂທລະພາບ ດ້ວຍ 8 ຊ່ອງກະຈາຍສຽງ ແລະ 18 ຊ່ອງໂທລະພາບ, 2 ສື່ເອເລັກໂຕນິກ ແລະ 1 ສື່ສິ່ງພິມ.
ທ່ານ ຫງວຽນເທ໋ກີ ປາຖະໜາວ່າ, ໃນໄລຍະຈະມາເຖິງ ທ່ານນາງ Lianys Torres Rivera ຈະເປັນຂົວຕໍ່, ຊ່ວຍ VOV ແລະ ອົງການກະຈາຍສຽງ ໂທລະພາບ ກູບາແລກປ່ຽນບັນດາລາຍການແນະນຳກ່ຽວກັບ ກູບາຢູ່ ຫວຽດນາມ ແລະ ແນະນຳ ຫວຽດນາມ ຢູ່ ກູບາ. ກໍ່ຄືແລກປ່ຽນຄະນະນັກຂ່າວລະຫວ່າງສອງປະເທດ. ທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ VOV ໃຫ້ຮູ້ວ່າ:
“ໃນການໄປປະຕິບັດງານຢູ່ກູບາຈະມາເຖິງນີ້, ພວກຂ້າພະເຈົ້າຫວັງວ່າທ່ານນາງເອກອັກຄະລັດຖະທູດ ແລະ ລັດ ກູບາ ຈະຊ່ວຍໃຫ້ VOV ຕັ້ງເຄື່ອງສົ່ງສັນຍານຢູ່ ກູບາ. ທັງ ຫວຽດນາມ ແລະ ກູບາຈະຮ່ວມນຳໃຊ້ເຄື່ອງສົ່ງສັນຍານນີ້. VOV ຈະມຸ່ງໄປເຖິງທ່ານຜູ້ຟັງ VOV ຢູ່ ກູບາ ແລະ ບາງປະເທດຢູ່ ອາເມລິກາລາຕີນ. ແລະ ພວກຂ້າພະເຈົ້າຈະປະຕິບັດບັນດາຂໍ້ກຳນົດກະຈາຍສຽງທັງໝົດຂອງ ກູບາ“.
ສ່ວນທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ກູບາ ປະຈຳ ຫວຽດນາມ ກໍ່ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໜູນຊ່ວຍອົງການກະຈາຍສຽງ, ໂທລະພາບ ສອງປະເທດເພີ່ມທະວີການຮ່ວມມື. ພ້ອມທັງຫວັງວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍຈະຕັ້ງໜ້າແລກປ່ຽນບັນດາລາຍການ, ແບ່ງປັນບົດຮຽນພັດທະນາເຄືອຂ່າຍກໍ່ຄືໃນວຽກງານຮັກສາເອກະສານເປັນສຳເນົາ.
