(ທ່ານ ໂດ້ຕຽນຊີ້ ພ້ອມກັບການນຳ VOV ຕ້ອນຮັບທ່ານ Pablo Maria Beltramino) |
ທີ່ການຕ້ອນຮັບທ່ານນາງ Pablo Maria Beltramino, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສ.ອາກຊັງຕິນ ປະຈຳຫວຽດນາມ, ທ່ານ ໂດ້ຕຽນຊີ້ ປາດຖະໜາວ່າ, ສະຖານທູດ ອາກຊັງຕິນ ປະຈຳຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກ, ໜູນຊ່ວຍ VOV ແລະ ວິທະຍຸກະຈາຍສຽງ-ໂທລະພາບອາກຊັງຕິນ (RTA) ເພີ່ມທະວີການພົວພັນຮ່ວມມມື, ພິເສດແມ່ນໃນການເຄື່ອນໄຫວແລກປ່ຽນຂ່າວ, ບົດ, ສະໜອງຂໍ້ມູນແນະນຳ, ໂຄສະນາກ່ຽວກັບປະເທດຊາດ, ຊາວ ຫວຽດນາມ ແລະ ອາກຊັງຕິນ ເຖິງປະຊາຊົນຂອງ 2 ປະເທດ.
(ທ່ານ ໂດ້ຕຽນຊີ້ ຕ້ອນຮັບທ່ານນາງ Grete Lochen) |
ທີ່ການຕ້ອນຮັບທ່ານນາງ Grete Lochen, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ນອກແວ ປະຈຳຫວຽດນາມ, ທ່ານ ໂດ້ຕຽນຊີ້ ເນັ້ນໜັກວ່າ:
“ວິທະຍາສາດ-ເຕັກນິກນັບມືນັບພັດທະນາ, ສະນັ້ນ, VOV ກໍ່ຕ້ອງປ່ຽນແປງໃໝ່ຫຼາຍກວ່າອີກ. ພວກຂ້າພະເຈົ້າຫວັງວ່າ, ທ່ານນາງເອກອັກຄະລັດຖະທູດຈະເປັນຂົວຕໍ່ເພື່ອໃຫ້ວິທະຍຸກະຈາຍສຽງ-ໂທລະພາບ ນອກແວ ຮ່ວມມື, ໜູນຊ່ວຍ VOV ອັບເດັດບັນດາຄວາມກ້າວໜ້າດ້ານວິທະຍາສາດ, ເຕັກນິກໃນການສົ່ງສັນຍານ, ບຳລຸງສ້າງໂຄສົກ… ກໍຄືຫຼາຍເນື້ອໃນຮ່ວມມືອື່ນໃນໄລຍະຈະມາເຖິງ”.


