ລາງວັນສາກົນ AIBD 2026 ດ້ວຍຫົວຂໍ້ “ອະນາຄົດຂອງສື່ມວນຊົນ: ຜົນສະທ້ອນ, ການປ່ຽນແປງໃໝ່ ແລະ ເຊື່ອມໂຍງ”, ເຊີດຊູກຳລັງແຮງຂອງສື່ມວນຊົນໃນການຮັບມືກັບບັນດາສິ່ງທ້າທາຍຮີບດ່ວນຂອງພາກພື້ນ.
ນີ້ແມ່ນຜົນງານພົ້ນເດັ່ນເມື່ອ VOV ແຂ່ງຂັນກັບເກືອບ 26 ວິທະຍຸກະຈາຍສຽງທີ່ເປັນສະມາຊິກທາງການ ແລະ ເກືອບ 40 ວິທະຍຸຮ່ວມສຳພັນຂອງ AIBD ຢູ່ພາກພື້ນເພື່ອຍາດເອົາໄຊຊະນະໃນປະເພດກະຈາຍສຽງ, ເຊິ່ງແມ່ນໜຶ່ງໃນຈຳນວນ 3 ລາງວັນໜຶ່ງດຽວທີ່ໄດ້ຈັດການມອບ.
ບົດຂຽນທີ່ໄດ້ຮັບລາງວັນຂອງ VOV ມີຊື່ວ່າ “ບຸນເຕັດ ຫວຽດ ສະຫງົບສຸກຢູ່ແຕ່ລະເຮືອນ: ຄຳສັ່ງວ່ອງໄວຈາກຫົວໃຈຂອງທະຫານ” (A Peaceful Vietnamese New Year in Every Home: A Swift Command from the Hearts of Soldiers), ໂດຍນັກຂ່າວນາງ ຫງວຽນລານເຟືອງ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ (VOV5), ຂອງ VOV, ປະຕິບັດ. ໂດຍປະຕິບັດງານຕົວຈິງຢູ່ເຂດຖືກນ້ຳຖ້ວມ ແລະ ວິວັດການກໍ່ສ້າງເຮືອນຢູ່ຢ່າງວ່ອງໄວ, ນັກຂ່າວນາງ ລານເຟືອງ ໄດ້ບັນທຶກບັນດາເລື່ອງລາວທີ່ສະເທືອນໃຈກ່ຽວກັບຄວາມເສຍຫາຍຂອງປະຊາຊົນເຂດຖືກນ້ຳຖ້ວມ ແລະ ບົດເພງອະມະຕະຂອງນ້ຳໃຈອັນສະໜິດແໜ້ນລະຫວ່າງທະຫານ ແລະ ປະຊາຊົນ.
