ວິທະຍຸກະຈາຍສຽງຫວຽດນາມ (VOV) ແລະ ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນລົງນາມໂຄງການສົມທົບວຽກງານ |
ຕາມນັ້ນແລ້ວ, VOV ສົມທົບກັບຄະນະບໍລິຫານງານສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໂຄສະນາເຜີຍແຜ່ບັນດາການເຄື່ອນໄຫວໃຫ້ຊາວໜຸ່ມເຍົາວະຊົນ ອະນຸຊົນຜ່ານພາຫະນະ ສື່ມວນຊົນ; ສ່ອງແສງເຖິງຄວາມນຶກຄິດ, ຄວາມຮູ້ສຶກ, ຄວາມມຸ່ງມາດປາດຖະໜາອັນຊອບທຳ, ຫາງສຽງຂອງຊາວໜຸ່ມ ໄວໜຸ່ມ ແລະ ເຍົາວະຊົນ ອະນຸຊົນ ກັບຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນ; ຍູ້ແຮງການແນະນຳແບບຢ່າງ ຊາວໜຸ່ມ ໄວໜຸ່ມ ແລະ ເຍົາວະຊົນ ອະນຸຊົນທີ່ກ້າວໜ້າໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດສິນທຳ ແລະ ແບບແຜນການດຳລົງຊີວີດ ຂອງ ປະທານໂຮ່ຈີມິນ, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ເລື່ອງລາວທີ່ດີງາມຂອງຊາວໜຸ່ມ. ທີ່ພິທີລົງນາມ, ທ່ານຜູ້ອຳນວຍການໃຫຍ່ VOV ໂດ້ຕ້ຽນຊີ້ ຢືນຢັນວ່າ: “ນອກຈາກລາຍການວິທະຍຸແລ້ວ, VOV ຍັງຈັດຕັ້ງບັນດາລາຍການເຄື່ອນໄຫວໃຫ້ແກ່ຊາວໜຸ່ມເຍົາວະຊົນ ອະນຸຊົນຄື: “ງານປະກວດນັກຮ້ອງໄວເດັກ” , ໝູ່ບ້ານຮ້ອງເພງມ່ວນຊື່ນ, ສະໂມສອນຜູ້ນິຍົມດົນຕີ, ງານປະກວດປະພັນເພງ. ສຳລັບເດັກນ້ອຍ, ທັງນີ້ກໍສະແດງໃຫ້ເຫັນວ່າ VOV ຍາມໃດກໍ່ຮ່ວມເດີນທາງພ້ອມກັບໄວໜຸ່ມ”

