ຈາກ​ພື້ນ​ຖານ​ການ​ຮ່ວມ​ມື​ທີ່​ໄດ້ຮັບ​ການ​ເພີ່ມ​ພູນ​ຄຸນ​ສ້າງ, 50 ປີ​ຕໍ່​ໄປ​ຈະ​ເປີດ​ອະ​ນາ​ຄົດ​ແຫ່ງ​ຄຳ​ໝັ້​ນ​ສັນ​ຍາ, ມຸ່ງ​ໄປ​ເຖິງ​ການ​ພົວ​ພັນ ຫວຽດ​ນ​າມ - ​ຟີ​ລິບ​ປິນ ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂວາງ ແລະ ຮອບ​ດ້ານ. ສານ​ດັງ​ກ່າວ​ໄດ້​ຍົກ​ອອກ​ມາ​ທີ່​ການ​ໂອ້​ລົ​ມ​ສົນ​ທະ​ນາ “50 ປີ​ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ - ຟີ​ລິບ​ປິນ: ໃນຂອບ​ເຂດ​ຮ່ວມ​ມືກວ້າງ​ໃຫຍ່ກວ່າ” ​ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV) - ອົງ​ການ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ຈັດ​ຂຶ້​ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21 ສິງ​ຫາ, ຢູ່ ຮ່າ​ໂນ້ຍ.

ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ຫວນ​ຄືນ​ໄລ​ຍະ​ທາງ 50 ປີ​ນັບ​ແຕ່​ເມື່ອ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (12 ກໍ​ລະ​ກົດ 1976 – 12 ກໍ​ລະ​ກົດ 2026), ທ່ານ Francisco Fernandez, ເອກ​ອັກ​ຄະ​ລັດ​ຖະ​ທູດ ຟີ​ລິບ​ປິນ ປະ​ຈຳ ຫວຽດ​ນາມ ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໄດ​້​ຮັບ​ການ​ປັບ​ປຸງ​ຢ່າງບໍ່​ຢຸດຢັ້ງ ແລະ ພັດ​ທະ​ນາ​ໃນ​ຫຼາຍ​ຂົງ​ເຂດ.

ພາຍ​ຫຼັງ​ການ​ໂອ້​ລົມ​ສົນ​ທະ​ນາແມ່ນ​ການມອບ​ລາງວັນ​ການແຂ່ງ​ຂັນ “ຊອກ​ຮູ້​ກ່ຽວ​ກັບ​ການ​ພົວ​ພັນ ຫວຽດ​ນາມ - ຟິ​ລີບ​ປິນ” ໂດຍ VOV, ສະ​ຖານ​ທູດ ຟີ​ລິບ​ປິນ ປະ​ຈຳ ຫວຽດ​ນາມ ສົມ​ທົບ​ກັນ​ຈັດ​ຂຶ້ນ. ທ່ານ ວູ​ຫາຍກວາງ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV, ຢືນ​ຢັນ​ວ່າ:

“ຫວຽດ​ນາມ ແລະ ຟີ​ລິບ​ປິນ ແມ່ນ 2 ປະ​ເທດ​ຢູ່​ໃນ​ຊາຍ​ຄາ​ລວມ ອາ​ຊຽນ. ຜ່ານ​ຫຼາຍ​ທົດ​ສະ​ວັດ, ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ປັບ​ປຸງຢ່າງບໍ່​ຢຸດ​ຢັ້ງ, ພັດ​ທະ​ນາ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂວາງ ແລະ ມີ​ປະ​ສິ​ດ​ທິ​ຜົນ​ໃນ​ຫຼາຍ​ຂົງ​ເຂດ. VOV ໃຫ້​ຄ​ຳ​ໝັ້ນ​ສັນ​ຍາ​ຈະ​ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄ​ື່ອນ​ໄຫວ​ສື່​ສານ, ໂຄ​ສະ​ນາ​ການ​ຕ່າງ​ປະ​ເທດ, ສົມ​ທົບ​​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນ​ດາ​ອົງ​ການ​ການ​ທູດ​ເພື່ອ​ຈັດ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສື່ມວ​ນ​ຊົນ​ທີ່​ມີ​ຄວາມ​ໝາຍ​​ໃນ​ໄລ​ຍະ​ຈະ​ມາ​ເຖິງ”.

ການແຂ່ງ​ຂັນ​ດັ່ງ​ກ່າວ​ໄດ້​ດຶງ​ດູດ​ເກືອບ 300 ບົດ​ຂຽນ​ຈາກຊາວ ຫວຽດ​ນາມ ແລະ ຟິ​ລິບ​ປິນ.