ຢູ່ ນະຄອນຫລວງ Caracas, ທ່ານ ຫວູຈູງໝີ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ຕີລາຄາສູງການພົບປະແລກປ່ຽນກັບ VOV ພ້ອມກັບບັນດາຄູ່ຮ່ວມມືທີ່ໄດ້ນຳມາເຊິ່ງຫລາຍໝາກຜົນບຸກທະລຸໃຫ້ແກ່ການຮ່ວມມືດ້ານສື່ມວນຊົນລະຫວ່າງສອງຝ່າຍເວົ້າລວມ ແລະວຽກງານຖະແຫລງຂ່າວການຕ່າງປະເທດ ຢູ່ ເຂດນີ້ເວົ້າສະເພາະ.
ຢູ່ ອາກຊັງຕິນ, ທ່ານນາງ ໂມມິງງວຽດ ເອກອັກຄະລັດຖະທູດ ຫວຽດນາມ ຕີລາຄາສູງບັນດາໝາກຜົນການຮ່ວມມືສຳຄັນ ແລະມີປະສິດທິຜົນ ຊື່ງ VOV ໄດ້ສ້າງຂຶ້ນໃນຫລາຍປີຜ່ານມາ ຕໍ່ກັບບັນດາຄູ່ຮ່ວມມືຂອງປະເທດເພື່ອນມິດ.
ສ່ວນທ່ານ ໂງມິງຫຽນ ຮອງຜູ້ອຳນວຍການໃຫຍ່ VOV ກໍ່ສະແດງຄວາມຂອບອົກຂອບໃຈຕໍ່ການຫນູນຊ່ວຍ, ຕັ້ງຫນ້າຮ່ວມເດີນທາງ ຂອງສອງສະຖານທູດ ເວເນຊູເອລາ ແລະອາກຊັງຕີນ, ຢືນຢັນວ່າ ພາຍຫລັງກັບເມືອປະເທດ, ຄະນະປະຕິບັດງານ ຈະຜັນຂະຫຍາຍບັນດາເນື້ອໃນ, ຂໍ້ສະເຫນີລະອຽດ ຊື່ງໄດ້ກ່າວມາໃນການເຮັດວຽກຄັ້ງຕ່າງໆນັ້ນ, ປະກອບສ່ວນຕັ້ງຫນ້າເຂົ້າໃນຫນ້າທີ່ວຽກງານຖະແຫລງຂ່າວການຕ່າງປະເທດເວົ້າລວມ.
ທູ່ຍເວີນ, ລາຍງານຂ່າວຈາກ Buenos Aires
