ວັນທີ 20 ຕຸລາ, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ເປີດຊ່ອງດົນຕີສະເພາະ VOV Sonata-FM89. ເຫດການບໍ່ພຽງແຕ່ຂີດໝາຍການເປີດຂອງຊ່ອງວິທະຍຸກະຈາຍສຽງວິຊາສະເພາະກ່ຽວກັບດົນຕີເທົ່ານັ້ນ, ຫາກຍັງ ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງ VOV ໃນການນຳບັນດາຄຸນຄ່າດົນຕີທີ່ມີຄຸນນະພາບສູງເຂົ້າໃກ້ກັບມວນຊົນກວ່າອີກດ້ວຍ, ປະກອບສ່ວນຍົກສູງຊີວິດດ້ານຈິດໃຈ ແລະ ເສີມສ້າງຄວາມງາມດ້ານສິລະປະ. ເຂົ້າຮ່ວມພິທີເລີ່ມອອກອາກາດ ມີທ່ານ ໂດຕຽນຊີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ບັນດາຮອງຜູ້ອຳນວຍຫາຍໃຫຍ່ ແລະ ການນຳບັນດາພາກສ່ວນສັງເກດວິທະຍຸ.
ໂດຍປະຕິບັດຕາມຄຳເຫັນຊີ້ນຳຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ບົດສະຫຼຸບວາລະປະຊຸມຄັ້ງທີ 2 ຄະນະຊີ້ນຳສູນກາງກ່ຽວກັບວັດທະນະທຳກໍ່ຄືມະຕິ ເລກທີ 299 ຂອງລັດຖະບານ, ໃນໄລຍະ 3 ເດືອນຜ່ານມາ, VOV ໄດ້ມານະພະຍາຍາມທີ່ສຸດ, ຕັ້ງໜ້າກະກຽມທຸກຂອດທີ່ສຳຄັນເພື່ອເປີດຊ່ອງດົນຕີສະເພາະ ກ່ຽວກັບ ແຊມເບີມິວຊິກ(Chamber) ແລະ ດົນຕີປະສານສຽງ (Symphony) ກໍ່ຄືດົນຕີປະເພດອື່ນໆທີ່ສອດຄ່ອງກັບທ່າອ່ຽງ. ເປົ້າໝາຍຂອງຊ່ອງແມ່ນຜັນຂະຫຍາຍຄຳຊີ້ນຳຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໃນການສ້າງຊ່ອງດົນຕີສະເພາະ, ເປີດດົນຕີ Classic ແລະເປີດຢ່າງຕໍ່ເນື່ອງ, ເວົ້າໜ້ອຍ, ບໍ່ມີການໂຄສະນາເພື່ອຮັບໃຊ້ຄວາມຕ້ອງການຮັບຟັງດົນຕີຂອງມວນຊົນ ຫວຽດນາມ ກໍ່ຄືຮັບໃຊ້ເປົ້າໝາຍສ້າງພື້ນຖານວັດທະນະທຳ ຫວຽດນາມ ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ ຕາມຈິດໃຈຂອງມະຕິເລກທີ 80 ຂອງກົມການເມືອງກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ. ທ່ານ ຟ້າມແມັ້ງຮຸງ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ:
ການເປີດຊ່ອງດົນຕີນີ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງວິທະຍຸກະຈາຍສຽງ ຫວຽດນາມ. ພ້ອມທັງ ປະກອບສ່ວນເຂົ້າໃນການຊຸກຍູ້ການພັດທະນາພື້ນຖານແຊມເບີມິວຊິກ ແລະ ດົນຕີປະສານສຽງຂອງ ຫວຽດນາມ, ເຊີດຊູບັນດານັກສິລະບິນ ຫວຽດນາມ, ບັນດາຜູ້ປະດິດແຕ່ງດົນຕີ ຫວຽດນາມ. ຂ້າພະເຈົ້າຖືວ່າ ນີ້ແມ່ນພື້ນທີ່ສິລະປະ ແລະ ພື້ນທີ່ດົນຕີທີ່ໂດດເດັ່ນ, ສຸດຍອດເພື່ອຮັບໃຊ້ມະຫາຊົນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າຄວາມມານະພະຍາຍາມຂອງຖັນແຖວນັກຂ່າວ, ບັນນາທິການ ຂອງວິທະຍຸ, ຂອງບັນດາພາກສ່ວນທີ່ກ່ຽວນັ້ນ, ຊ່ອງດົນຕີນີ້ນັບມື້ນັບໄດ້ຮັບການຮູ້ຈັກຈາກມະຫາຊົນເປັນຈຳນວນຫຼວງຫຼາຍ.
ທ່ານ ຟ້າມແມັ້ງຮຸງ ຖືວ່າ ການເປີດຊ່ອງດົນຕີບໍ່ພຽງແຕ່ແມ່ນການເພີ່ມເຊ່ອງວິທະຍຸກະຈາຍສຽງແຫ່ງຊາດຕື່ມອີກ 1 ຊ່ອງເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນທິດທາງພັດທະນາ ແລະ ຄວາມຮັບຜິດຊອບດ້ານວັດທະນະທຳຂອງອົງການສື່ມວນຊົນແຫ່ງຊາດອີກດ້ວຍ.
