ວັນ​ທີ 22 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ຮ່າ​ໂນ້ຍ, ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ປະ​ເມີນ​ການ​ປັບ​ປຸງ​ແຜນ​ກຳ​ນົດ​ນຳ​ໃຊ້​ທີ່​ດິນ​ແຫ່ງ​ຊາດ​ໄລ​ຍະ 2021 – 2030, ວິ​ໄສ​ທັດ​ຮອດ​ປີ 2050, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ, ປະ​ທານ​ສະ​ພາ​ປະ​ເມີນ, ເນັ້ນ​ໜັກ​ວ່າ​ການ​ປັບ​ປຸງ​​ແຜນ​ກຳ​ນົດ​​ນຳ​ໃຊ້​ທີ່​ດິນ​ແຫ່ງ​ຊາດ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ພິ​ເສດ, ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຕໍ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ການ​ວາງ​ແຜນ​ກຳ​ນົດ​ຕ້ອງ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ນຳ​ໃຊ້​ທີ່​ດິນ​ເພື່ອ​ຮັບ​ໃຊ້​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢ່າງ​ທັນ​ການ ກໍ່ຄື​ຄວາມ​ຮຽກ​ຮ້ອງ​ເປີດກວ້າງ​​ບໍ​ລິ​ເວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຕາມ​​ທິດທາງ​ໃໝ່, ຕ້ອງ​​ຕິດ​ແທນ​​ກັບສະ​ພາບ​ຕົວ​ຈິງ, ຄວາມຮຽກ​ຮ້ອງ​ພັດ​ທະ​ນາ​ໃໝ່ຂອງ​ປະ​ເທດ​ຊາດ ແລະ ບັນ​ດາ​ພື້​ຖານ​ດ້ານ​ການ​ເມືອງ, ກົດ​ໝາຍ​ໃນ​ປັດ​ຈຸ​ບັນ. ການ​ວາງ​ແຜ​ນ​ຜັງ​ຕ້ອງ​ມີ​ວິ​ໄສ​ທັດ​​ຍາວ​ນານ​ຮອດ​ປີ 2050, ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​​ບໍ​ລິ​ເວນ​ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ເຂດ, ທ້ອງ​ຖິ່ນ; ພ້ອມ​ທັງ​ຕ້ອງ​ກາຍ​ເປັນ​ເຄື່ອງ​ມື​ສຳ​ຄັນ​ເພື່ອ​ຮັບ​ຮູ້, ຂຸດ​ຄົ້ນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​, ທ່າ​ໄດ້​ປຽບ ແລະ ຊັບ​ພະ​ຍາ​ກອນ​ທີ່​ດິນ​​ຮັບ​ໃຊ້​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ຊຸມ​ທົດ​ສະ​ວັດ​ຈະ​ມາ​ເຖິງຢ່າງ​ມີ​ປະ​ສິດ​ທິ​ຜົນ.