ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ Ebola ເພີ່ມ​ຂຶ້ນ 18 ກໍ​ລະ​ນີ, ຍົກ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ອັນ​ຕະ​ລາຍ​ນີ້​ເພີ່​ມ​ຂຶ້ນ​ເປັນ 82 ກໍ​ລະ​ນີ.

ວັນ​ທີ 15 ພຶດ​ສະ​ພາ​ຜ່ານ​ມາ, ກົງ​ໂກ ໄດ້​ປະ​ກາດ​ການ​ລະ​ເບີດ​ໂລ​ກ​ລະ​ບາດ Ebola ຄັ້ງ​ທີ 17 ຢູ່​ປະ​ເທດ​ນີ້. ໄລ່​ຮອດ​ປັດ​ຈຸ​ບັນ, ໂລກ​ລະ​ບາດ​ໄດ້​ແຜ່​ລາມ​ອອກ​ສູ່ 3 ແຂວງ ຂຶ້ນ​ກັບ​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອຂອງ ກົງ​ໂກ, ໃນ​ນັ້ນ ແຂວງ Ituri ແມ່ນ​ຈຸດ​ໃຈ​ກາງ. ຢູ່​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽ​ງ Uganda ໄດ້​ຢັ້ງ​ຢືນ​ມີ 16 ກໍ​ລະ​ນີ​ຕິດ​ເຊື້ອ, ໃນ​ນັ້ນ ມີ 1 ກໍ​ລະ​ນີ​ເສຍ​ຊີ​ວິດ.

ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼ້າ​ສຸດ ແນ​ໃສ່​ຮັບ​ມື​ກັບ​ການ​ລະ​ເບີດ​ໂລກ​ລະ​ບາດ Ebola ຢູ່ ອາ​ຟະ​ລິ​ກາ, ວັນ​ທີ 05 ​ມິ​ຖຸ​ນາ, ອົງ​ການ​ອະ​ນາ​ໄມ​ໂລກ (WHO) ແລ​ະ ສູນ​ຄວບ​ຄຸມ ແລະ ຫ້ອງ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ ອາ​ຟະ​ລິ​ກາ ໄດ້​ເລີ່ມ​ຜັນ​ຂະ​ຫຍາຍ​ແຜ​ນ​ການ​ທີ​ມີ​ມູນ​ຄ່າ 518 ລ້ານ USD.

ນັກ​ຂ່າວ VOV ປະ​ຈຳ ອີ​ຢິບ