ຕາມ WHO ແລ້ວ, ການແຜ່ລະບາດຢ່າງວ່ອງໄວຂອງໂລກລະບາດໃນຄັ້ງນີ້ໄດ້ຍູ້ປະເທດ ອາຟະລິກາກາງ ຕົກເຂົ້າສູ່ວິກິດການດ້ານສາທາລະນະສຸກຢ່າງຮ້າຍແຮງ. ພຽງແຕ່ໃນເວລາ 2 ເດືອນ ນັບແຕ່ເມື່ອປະກາດເກີດໂລກລະບາດ, ຈຳນວນຜູ້ຕິດເຊື້ອໄດ້ເພີ່ມຂຶ້ນຢ່າງແຮງ, ເຮັດໃຫ້ການແຜ່ລະບາດຄັ້ງນີ້ກາຍເປັນການແຜ່ລະບາດ Ebola ໃຫຍ່ອັນດັບທີ 3 ໃນປະຫວັດສາດໂລກ. ໄລ່ຮອດຈຸດເວລາປັດຈຸບັນ, ອົງການອະນາໄມໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອຫຼາຍກວ່າ 2.000 ຄົນ ແລະ ໂລກລະບາດທີ່ອັນຕະລາຍນີ້ໄດ້ພາກເອົາຊີວິດຂອງປະຊາຊົນໄປເກືອບ 800 ຄົນ.
ນັກຂ່າວ VOV ປະຈຳ ຝລັ່ງ
