ນັບ​ແຕ່​ເມື່ອກາດເກີດ​ພະ​ຍາດລະບາດ ​ໄດ້​ປະ​ກາດ​ໃນ​ວັນ​ທີ 15 ພຶດ​ສະ​ພາ, ສ​ປ.ກົງ​ໂກ ໄດ້​ຮັບ​ຮູ້​ມີ​ກໍ​ລະ​ນີ​ຕິດ​ພະ​ຍາດ Ebola ທີ່​ໄດ້​ຮັບການຢັ້ງ​ຢືນ​ແມ່ນ 676 ກໍ​ລະ​ນີ, ໃນ​ນັ້ນ​ມີ 136 ກໍ​ລ​ະ​ນີ​ເສຍ​ຊີ​ວິດ. ນອກນັ້ນ, ຍັງ​ມີ 119 ກໍ​ລະ​ນີ​ຖືກ​ສົງ​ໄສວ່າ​ຕິດ​ພະ​ຍາດ ແລະ ຄົນ​ເຈັບ 32 ຄົນ​ໄດ້​ຟື້ນ​ຟູ​ສຸ​ຂະ​ພາບ. ພະ​ຍາດລະບາດ​ຢູ່​ແຂວງ Ituri ໄດ້​ແຜ່​ລະ​ບາດ​ໄປ​ຍັງ​ແຂວງ Kivu ເໜືອ ແລະ Kivu ໃຕ້, ແລະ ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ Uganda.

ປະ​ຈຸ​ບັນ, WHO ຍັງ​ບໍ່​ທັນ​ຍົກ​ອອກ​ການ​ຄາດ​ຄະ​ເນ​ກ່ຽວ​ກັບ​ຂອບ​ຂະ​ໜາດ​ສຸດ​ທ້າຍ​ຂອງ​ການ​ແຜ່​ລະ​ບາດ ແຕ່​ມີ​ນັກ​ຊ່ຽວ​ຊານ​ຫຼາຍ​ທ່ານ​ກ່າວ​ເຕືອນ​ວ່າ ສ​ປ.ກົງ​ໂກ ອາດ​ຈະ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ຈຸດການ​ແຜ່​ລະ​ບາດທີ່​ຮ້າຍ​ແຮງ​ທີ່​ສຸດ ນັບ​ແຕ່​ພາຍ​ຫຼັງ​ການ​ແຜ່​ລະ​ບາດພະຍາດ Ebola ຢູ່ ອາຟະ​ລິ​ກາ​ຕາ​ເວັນ​ຕົກ ໄລ​ຍະ 2014 – 2016 ເຮັດ​ໃຫ້​ມີກວ່າ 11.000 ຄົນ​ເສຍ​ຊີ​ວິດ.