ອົງ​ການ​ອະ​ນາ​ໄມ​ໂລກ (WHO) ໃຫ້​ຂໍ້​ສັງ​ເກດ​ວ່າ ຄວາມ​ສ່ຽງທີ່​ໂລກ​ລະ​ບາດ Ebola ຈະແຜ່​ລະ​ບາດ​ໄປ​ຍັງ​ບັນ​ດາ​ປະ​ເທດ​ ເອີ​ລົບ ແລະ ບັນ​ດາ​ປະ​ເທດ​ເຈົ້າ​ພາບ​ຈັດ​ World Cup 2026 ແມ່ນຢູ່ໃນ​ລະ​ດັບ​ຕ່ຳ, ໃນ​ສະ​ພາບ​ການ​ແຂ່ງ​ຂັນ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ແລ້ວ. ທ່ານ Hans Henri P. Kluge ຜູ້​ອຳ​ນວຍ​ການອົງ​ການ​ WHO ​ຢູ່​ພາກ​ພື້ນ ເອີ​ລົບ ໃຫ້​ຮູ້​ວ່າ ປັດ​ຈຸ​ບັນ​ຍັງ​ບໍ່​ທັນ​ຢັ້ງ​ຢືນ​ມີ​ກໍ​ລະ​ນີ​ຕິດເຊື້ອ Ebola ຢູ່​ເຂດ​ທາງ​ທິດ​ເໜືອທະ​ວີບ ອາ​ເມ​ລິ​ກາ ຫຼື ເອີ​ລົບ, ເຖິງວ່າ​ໂລກ​ລະ​ບາດ​ພວມ​ມີ​ການ​ຜັນ​ແປ​ທີ່​ສັບ​ສົນ​ຢູ່​ປະ​ເທດ ອາບ​ຟຼິກກ​າ​ ຈຳ​ນວນ​ໜຶ່ງ. ທ່ານໃຫ້​ຮູ້​ວ່າ WHO ບໍ່​ສະ​ເໜີແນະການ​ຈັດ​ວາງ​ບັນ​ດາ​ມາດ​ຕະ​ການ​ຈຳ​ກັດ​ການ​ເດີນ​ທາງ​ໄປ​ມາ​ທີ່​ກ່ຽວ​ຂ້ອງ Ebola. ແຕ່​ວ່າ, ອົງ​ການ​ນີ້​ຍັງ​ແນະ​ນຳ​ໃຫ້​ປະ​ຊາ​ຊົນ​ຈຳ​ກັດ​ການ​ເດີນ​ທາງ​ໄປ​ຍັງເຂດທີ່​ພວມ​ເກີດ​ໂລກ​ລະ​ບາດ​ ຖ້າ​ບໍ່​ມີ​ຄວາມ​ຈຳ​ເປັນແທ້​ໆ.