ວັນ​ທີ 08 ພຶດ​ສະ​ພາ, ອົງ​ການ​ອະ​ນາ​ໄມ​ໂລກ (WHO) ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ໄລ່​ຮອດ​ຈຸດ​ເວ​ລາ​ປັດ​ຈຸ​ບັນ ມີ 6 ກໍ​ລະ​ນີ​ຕິດ​ເຊື້ອ​ໄວ​ຣັດ Hanta ໂດຍ​ໄດ້​ຢັ້ງ​ຢືນ​ໃນ​ຈຳ​ນວນ 08 ຄົນ ທີ່​ຖືກ​ສົງ​ໄສ​ຕິດ​ເຊື້ອ​ພາຍຫຼັງ​ການ​ລະ​ເບີດ​ໂລກ​ລະ​ບາດ​ເທິງ​ກ່ຳ​ປັ່ນ​ທ່ອງ​ທ່ຽວ MV Hondius, ໃນ​ນັ້ນ​ ມີ 3 ກໍ​ລະ​ນີ​ເສຍ​ຊີ​ວິດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, WHO ໄດ້​ຕີ​ລາ​ຄ​າ​ວ່າ ຄວາມ​ສ່ຽງ​ຈາກ​ການ​ລະ​ເບີດ​ໄວ​ຣັດ Hanta ໃນ​ກ່ຳ​ປັ່ນ​ລຳ​ດັ່ງ​ກ່າວ ທີ່​ມີ​ຕໍ່​ຊຸມ​ຊົນ​ທົ່ວ​ໂລກ​ແມ່ນ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ ແລະ ຈະ​ສືບ​ຕໍ່​ຕິດ​ຕາມ​ສະ​ພາບ​ການ​ແຜ່​ລາມ ກໍ​ຄື​ອັດ​ເດັດ​ຕີ​ລາ​ຄາ​ລະ​ດັບ​ຄວາມ​ສ່ຽງ.

ໃນ​ການ​ຜັນ​ແປ​ທີ່​ກ່ຽວ​ຂ້ອງ, ແຫຼ່ງ​ຂ່າວ​ຈາກ​ເຈົ້າ​ໜ້າ​ທີ່ ແອັດ​ສະ​ປາຍ ໃຫ້​ຮູ້​ວ່າ ທ່ານ​ຜູ້​ອຳ​ນວຍ​ການ WHO Tedros Adhanom Ghebreyesus ໄດ້​ເດີນ​ທາງ​ໄປ​ຮອດເກາະ Tenerife ຂອງ ແອັດ​ສະ​ປາຍ ເພື່ອ​ໜູນ​ຊ່ວຍ​ການ​ແກ້​ໄຂ​ການ​ຍົກ​ຍ້າຍ​ບັນ​ດາ​ຜູ້​ໂດຍ​ສານ​ທີ່​ຖືກ​ຜົນ​ກະ​ທົບ​ຈາ​ກ​ໄວ​ຣັດ​ດັ່ງ​ກ່າວ ແນ​ໃສ່​ຮັບ​ປະ​ກັນ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ, ຄວບ​ຄຸມ​ສາ​ທາ​ລະ​ນະ​ສຸກ ແລະ ການ​ໝູນ​ໃຊ້​ບັນ​ດາ​ຂັ້ນ​ຕອ​ນ​ຕິດ​ຕາມກວ​ດ​ກາ ກໍ​ຄື​ຮັບ​ມື ທີ່​ໄດ້​ຂຶ້ນ​ແຜນ​ກ່ອນ​ແລ້ວ.