ທ່ານພົນເອກຟານວັນຢາງ ມອບຫຼຽນໄຊແຮງງານຊັ້ນ 2 ໃຫ້ແກ່ ບໍລິສັດ Metfone (ພາບ: VOV) |
ຕອນບ່າຍວັນທີ 26 ພະຈິກ, ຢູ່ພະນົມເປັນ, ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດ ຫວຽດນາມ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກຳປູເຈຍ ແຕ່ວັນທີ 23 – 26 ພະຈິກ, ທ່ານໄດ້ມອບຫຼຽນໄຊແຮງງານຊັ້ນ 2 ໃຫ້ແກ່ບໍລິສັດ Metfone, ເຊິ່ງເປັນບໍລິສັດລູກຂອງກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ຢູ່ ກຳປູເຈຍ.
ກ່າວຄຳເຫັນກັບພະນັກງານ Metfone ຢູ່ພິທີ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ຫຼຽນໄຊແຮງງານຊັ້ນ 2 ແມ່ນລາງວັນທີ່ສົມກັບການອຸທິດສ່ວນ, ແມ່ນການຮັບຮູ້ການປະກອບສ່ວນທີ່ດີເດັ່ນຂອງ Metfone ໃນຕະຫຼອດໄລຍະ 15 ປີຜ່ານມາ ນັບທັງຜົນງານໃນການດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຢູ່ ກຳປູເຈຍ, ຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ - ກຳປູເຈຍ, ກໍຄື ຢັ້ງຢືນກຳລັງຄວາມສາມາດຂອງວິສາຫະກິດກອງທັບ ຫວຽດນາມ.
Metfone ເປັນຄູ່ຮ່ວມມືຍຸດທະສາດໃນບັນດາໂຄງການຫັນເປັນດີຈີຕອນແຫ່ງຊາດ, ການຮ່ວມມືກັບເກືອບທຸກກະຊວງ, ຂະແໜງການໃນລັດຖະບານ ກຳປູເຈຍ, ດ້ວຍບັນດາມາດຕະການພົ້ນເດັ່ນໃນບັນດາຂົງເຂດການສຶກສາ, ສາທາລະນະສຸກ, ການຊຳລະການເງິນ.
ນັກຂ່າວ VOV ປະຈຳ ກຳປູເຈຍ

