ທີ່ກອງປະຊຸມສຳມະນາ ບັນດາຜູ້ແທນຖືວ່າ: ສຳລັບວິສາຫະກິດ ຫວຽດນາມ, ການປະຕິວັດ 4.0 ໄດ້ເປີດບັນດາກາລະໂອກາດ ເພື່ອໃຫ້ວິສາຫະກິດເລີ່ມດຳເນີນທຸລະກິດ, ຢ່າງມີຫົວຄິດປະດິດສ້າງ, ແຊກຊຶມເຂົ້າຕະຫລາດດ້ວຍຜະລິດຕະພັນຫລາຍຢ່າງ, ການບໍລິການເຕັກໂນໂລຢີທີ່ມີລັກສະນະບຸກທະລຸ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຊວນຮ່ວາງ ຮອງປະທານບໍລິສັດຫຸ້ນສ່ວນ Misa ຖືວ່າ:

ວິສາຫະກິດຄວນຮ່ຳຮຽນ ແລະ ຊອກຮູ້ເບິ່ງວ່າ ບັນດາວິສາຫະກິດໃນໂລກພວມນຳໃຊ້ເຕັກໂນໂລຢີ 4.0 ຄືແນວໃດ. ຜ່ານນັ້ນ ວິສາຫະກິດກະກຽມໝູນໃຊ້ການຫັນປ່ຽນວິສາຫະກິດຂອງຕົນກາຍເປັນວິສາຫະກິດດີຈີຕອນເທື່ອລະກ້າວ, ນຳໃຊ້ເຕັກໂນໂລຢີ 4.0 ເຂົ້າໃນການບໍລິຫານວິສາຫະກິດ ແນໃສ່ຍົກສູງປະສິດທິຜົນກ່ຽວກັບຄຸນນະພາບ ຄືນຳມາເຊິ່ງຜະລິດຕະພັນການບໍລິການໃໝ່ໃຫ້ລູກຄ້າ”.