ວິສາຫະກິດ ສ.ເກົາຫຼີ ເອົາໃຈໃສ່ລົງທຶນເຂົ້າຂົງເຂດໄຟຟ້າພະລັງຄວາມຮ້ອນດ້ວຍອາຍແກັດແຫຼວຢູ່ ຫວຽດນາມ |
ຕາມນັ້ນແລ້ວ, 3 ກຸ່ມບໍລິສັດນີ້ ຈະສ້າງຕັ້ງກຸ່ມທີ່ມີຊື່ວ່າ Korea Consortum ໃຫ້ແກ່ໂຄງການລວມ. ໃນໂຄງການດັ່ງກ່າວ, Hanwha Energy ຈະສວມບົດບາດຕົ້ນຕໍໃນການພັດທະນາໂຄງການ ແລະ ສະໜອງອາຍແກັດແຫຼວ LNG ຢູ່ ຫວຽດນາມ. KOGAS ຈະຮັບຜິດຊອບກໍ່ສ້າງ ແລະ ນຳໃຊ້ສາງທ່າກ່ຳປັ່ນ LNG ກໍ່ຄືສະໜອງການໜູນຊ່ວຍດ້ານເຕັກນິກ, ໃນຂະນະນັ້ນ KOSPO ກໍ່ຈະສຸມໃສ່ເຂົ້າໃນການໝູນໃຊ້ບົດຮຽນຂອງຕົນ ເພື່ອກໍ່ສ້າງ ແລະ ນຳໃຊ້ບັນດາໂຮງງານໄຟຟ້າ LNG.

