ການຢັ່ງຫາງສຽງ ໄດ້ດຳເນີນດ້ວຍການເຂົ້າຮ່ວມຂອງວິສາຫະກິດ ສ.ເກົາຫຼີ ເກືອບ 1.180 ແຫ່ງ.

ສາຍເຫດທີ່ຖືກບັນດາວິສາຫະກິດຍົກອອກມາ ນັ້ນແມ່ນ: ເຂົາເຈົ້າຢາກຊອກຫາບັນດາກາລະໂອກາດດຳເນີນທຸລະກິດໃໝ່; ບັນດາວິສາຫະກິດ ສ.ເກົາຫຼີ ສົນໃຈເຖິງບັນດາໂຄງການລົງທຶນໃຫ້ສັງຄົມຢູ່ ສປປ.ເກົາຫຼີ; ໃນຂະນະນັ້ນ, ບາງວິສາຫະກິດຢາກໃຫ້ ສປປ.ເກົາຫຼີ ເປັນຂົວເຊື່ອມຕໍ່ເພື່ອກ້າວເຂົ້າຕະຫລາດ ຈີນ ຫຼື ເຂດຕາເວັນອອກໄກຂອງ ລັດເຊຍ.

ຜົນສຳເລັດຂອງການພົບປະສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຜ່ານມາຢູ່ ສິງກະໂປ ພ້ອມດ້ວຍການຜັນແປ່ຕາມທິດຕັ້ງໜ້າຫວ່າງແລ້ວນີ້ໃນການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະໝັ້ນໝາຍນຳມາໃຫ້ກາລະໂອກາດດຳເນີນທຸລະກິດສຳລັບບັນດາວິສາຫະກິດ ສ.ເກົາຫຼີ ເມື່ອບັນດາມາດຕະການລົງໂທດແນໃສ່ ພຽງຢາງ ຖືກຍົກເລີກ.