(ວິສາຫະກິດຫວຽດນາມ ມີຈຸດເດັ່ນຫຼາຍຢ່າງ) |
ນີ້ແມ່ນຕົວເລກທີ່ໄດ້ປະກາດທີ່ “ເວທີປາໄສພັດທະນາວິສາຫະກິດຫວຽດນາມ 2018” ໂດຍກະຊວງແຜນການ ແລະ ການລົງທຶນຫວຽດນາມ ສົມທົບກັບວາລະສານເສດຖະກິດ ແລະ ຄາດຄະເນ ສົມທົບກັນຈັດຕັ້ງໃນຕອນເຊົ້າວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງ ເຈີ່ນທິຮົ່ງມິງ, ຫົວໜ້າກົມຄຸ້ມຄອງຈົດທະບຽນດຳເນີນທຸລະກິດ, ກະຊວງແຜນການ ແລະ ການລົງທຶນ ຢືນຢັນວ່າ, ໃນໄລຍະ 3 ປີແຫ່ງການຜັນຂະຫຍາຍກົດໝາຍວ່າດ້ວຍວິສາຫະກິດ ແລະ ກົດໝາຍວ່າດ້ວຍການລົງທຶນ, ການພັດທະນາວິສາຫະກິດຂອງຫວຽດນາມ ໄດ້ມີຈຸດເດັ່ນຫຼາຍຢ່າງ ດ້ວຍຍອດຈຳນວນວິສາຫະກິດເພີ່ມຂຶ້ນໜ້າປະທັບໃຈ, ຈາກ ວິສາຫະກິດ 110.000 ແຫ່ງຂຶ້ນເຖິງ 127.000 ແຫ່ງໃນປີ 2017 ແລະ ຕົວເລກດັ່ງກ່າວຄາດວ່າຈະເພີ່ມຂຶ້ນໃນປີ 2018.
ທີ່ເວທີປາໄສ, ບັນດາຜູ້ແທນກໍ່ຖືວ່າ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ຫວຽດນາມ ປີ 2018 ມີການຟື້ນຕົວຫຼາຍຢ່າງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຜ່ານຈຳນວນວິສາຫະກິດສ້າງຕັ້ງບັນລຸລະດັບສະຖິຕິ.

