|
(ພາບ: dangcongsan.vn) |
ບັນດາບໍລິສັດຫວຽດນາມ ທີ່ມາຈາກ 3 ເຂດພາກໄດ້ຕັ້ງໜ້າເຂົ້າຮ່ວມວາງສະແດງບັນດາຜະລິດຕະພັນຄື: ເຂົ້າໜົມ, ເຄື່ອງດື່ມ, ນ້ຳໝາກໄມ້… ດ້ວຍຄວາມຫວັງຢາກແນະນຳບັນດາຜະລິດຕະພັນຂອງຫວຽດນາມ ເຖິງປະຊາຊົນ ແລະ ບັນດາບໍລິສັດນຳເຂົ້າຂອງອິນເດຍ. ພິເສດ, ໃນຂອບເຂດງານຕະຫຼາດນັດຍັງດຳເນີນການໂອ້ລົມສົນທະນາລະຫວ່າງຫວຽດນາມ ແລະ ອິນເດຍ ໂດຍມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ຂຶ້ນກັບບັນດາກະຊວງຄື: ກະຊວງການຕ່າງປະເທດ, ກະຊວງກະສິກຳ ແລະ ອຸດສາຫະກຳການຄ້າຂອງ 2 ປະເທດ.

