|
(ພາບ: Hai Minh/VGP) |
ກ່າວຄໍາເຫັນທີ່ການພົບປະ ທ່ານຮອງນາຍົກລັດຖະມົນຕີຟ້າມບິງມິນ ໄດ້ຕີລາຄາສູງ ແລະ ຊົມເຊີຍການປະກອບສ່ວນ, ການຮ່ວມເດີນທາງຂອງບັນດາວິສາຫະກິດຫວຽດນາມໃນການຈັດຕັ້ງ WEF ອາຊຽນ 2018 - ເຊິ່ງເປັນເຫດການພົວພັນຕ່າງປະເທດຫຼາຍຝ່າຍສໍາຄັນທີ່ສຸດໃນປີ 2018. ທ່ານເນັ້ນໜັກວ່າ ບັນດາເວທີປາໄສຂອງ WEF ແມ່ນເວທີປາໄສກ່ຽວກັບແນວຄວາມຄິດ ແລະ ການກໍານົດທິດນະໂຍບາຍ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ຖືວ່າ ນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ໄດ້ເຊື່ອມຕໍ່, ແບ່ງປັນແນວຄວາມຄິດກັບບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າໃນໂລກ.
ພິເສດ, ໃນຂອບເຂດ WEF ອາຊຽນ 2018, ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ (VCCI) ຈະເປັນປະທານຈັດຕັ້ງກອງປະຊຸມສຸດຍອດດໍາເນີນທຸລະກິດຫວຽດນາມ ດ້ວຍຫົວຂໍ້ “ຫວຽດນາມ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ - ເຊື່ອມຕໍ່ຢ່າງມີຫົວຄິດປະດິດສ້າງ” ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ສາກົນ ແລະ ພາຍໃນປະເທດກວ່າ 1.000 ຄົນ.

