ໃນຕອນແລງຂອງມື້ວານນີ້ (24/8), ຢູ່ທີ່ສຳນັກງານລັດຖະບານ, ກ່າວຄຳເຫັນ ໃນການຕ້ອນຮັບ​ທ່ານ​ສາດ​ສະ​ດາ​ຈານ ເຈີ່ນທັນເວິນ, ປະທານສະມາຄົມ ວິທະຍາສາດ "ພົບປະ ຫວຽດນາມ", ຜູ້ອຳນວຍການ ສູນສາກົນ ວິທະຍາສາດ ແລະ ການສຶກສາ ລະຫວ່າງຂະແໜງການ (ICISE), ທ່ານ ເລມິນຮຶງ ນາຍົກລັດຖະມົນຕີ ຫວຽດ​ນາມ ໃຫ້ຮູ້ວ່າ: ພັກ, ລັດ ຫວຽດນາມ ໄດ້ກຳນົດວ່າ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ແມ່ນແຮງຜັກ​ດັນຫຼັກ​ ເພື່ອໃຫ້ ປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະໃໝ່. ພັກ, ລັດ ແລະ ລັດຖະບານຍາມໃດກໍ ເຄົາລົບ, ຮັບຟັງຄຳເຫັນປະ​ກອບ, ສືບ​ຕໍກວດ​ກາ, ປັບປຸງ, ເພີ່ມເຕີມ ແລະ ບູ​ລະ​ນະລະບົບນະໂຍບາຍ ທີ່ກ່ຽວຂ້ອງ ໃຫ້ສົມບູນແບບ ພ້ອມທັງ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ເພື່ອໃຫ້ ບັນດາຜູ້ຊ່ຽວຊານ, ປັນ​ຍາ​ຊົນຊາວຫວຽດນາມ ​ທີ່ພວມ​ອາ​ໄສຢູ່ຕ່າງປະເທດ ສືບຕໍ່ ປະ​ກອ​ບ​ສ່ວນເຂົ້າໃນການ ພັດທະນາ ປະເທດຊາດ.

ສ່ວນທ່ານສາດ​ສະ​ດາ​ຈານ ເຈີ່ນແທັງເວິນ ໄດ້ສະເໜີໃຫ້ ບັນດາອົງການສືບຕໍ່ ສະໜັບສະໜູນ ເພື່ອໃຫ້ສູນ, ສະຖາບັນ ແລະ ສ່ວນຕົວທ່ານເອງມີບັນດາກິດຈະກຳ ທີ່ມີປະສິດທິຜົນກວ່າ​ເກົ່າ, ໂດຍສະເພາະ ແມ່ນການເຊື່ອມຕໍ່ ບັນດານັກວິທະຍາສາດ ສາກົນ, ຈັດຕັ້ງ ບັນດາເຫດການວິທະຍາສາດ, ໜູນຊ່ວຍ ບັນດາຜູ້​ທີ່ມີຄວາມ​ເກັ່ງ​ກ້າ​ສາ​ມາດທາງດ້ານວິທະຍາສາດໜຸ່ມ. ທ່ານສາດ​ສະ​ດາ​ຈານໃຫ້ຮູ້ວ່າ ບັນດາອົງການວິທະຍາສາດ ເຕັກໂນໂລຊີ ຫວັງຢ່າງຍິ່ງ ຈະໄດ້ຮັບການຄຸ້ມຄອງ ແລະ ໜູນ​ຊ່ວຍ ບົນ​ພື້ນ​ຖານເສີມຂະຫຍາຍ ຈິດໃຈເປັນເຈົ້າການ, ປະດິດສ້າງ, ເຄື່ອນໄຫວ ຕາມກົດໝາຍ ແລະ ຕີ​ລາ​ຄາໂດຍອີງຕາມ ໝາກ​ຜົນ​ສົ້ນ​ອອກ ເພື່ອບັນ​ລຸ​ໄດ້​ຜົນສຳເລັດທີ່ຍິ່ງໃຫຍ່ກວ່າ, ປະກອບສ່ວນ ເຂົ້າໃນການ ພັດທະນາ ປະເທດຊາດ.