ທ່ານ ໂງມິງຫຽນ,ຮອງຜູ້ອໍານວຍ ການໃຫຍ່ VOV

ນັບຕັ້ງແຕ່ສ້າງຕັ້ງຂຶ້ນເມື່ອກ່ອນນີ້ 100 ກວ່າປີ, ວິທະຍຸກະຈາຍສຽງໄດ້ສ້າງປະຖົມປັດໄຈໃຫ້ການສົນທະນາ ໂອ້ລົມ ແລະ ຖ່າຍທອດແນວຄວາມຄິດໃໝ່ເຖິງຫລາຍຄອບຄົວ, ບ້ານ, ຕາແສງ ໂຮງຮຽນ, ໂຮງໝໍ ແລະ ບ່ອນເຮັດວຽກ, ຈາກຕົວເມືອງເຖິງຊົນນະບົດ, ຈາກຊາຍແດນຫາເຂດໝູ່ເກາະທະເລ... ຕາມທ່ານ ໂງມິງຫຽນ,ຮອງຜູ້ອໍານວຍ ການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມແລ້ວ, ຄວາມຫຼາກຫຼາຍທາງດ້ານພາສາຂອງວິທະຍຸກະຈາຍສຽງແມ່ນມີບົດບາດສໍາຄັນ, ຊ່ວຍໃຫ້ທຸກໆຄົນສະແດງທັດສະນະ ຄວາມຄິດເຫັນ ດ້ວຍ ພາສາສະເພາະຂອງຕົນ. ປະຈຸບັນ, ວິທະຍຸກະຈາຍສຽງຍັງຄົງແມ່ນພາຫະນະທີ່ສາມາດເຂົ້າເຖິງ ແລະດູດດື່ມທີ່ສຸດ ດ້ວຍໜ້າທີ່ໃຫ້ຂ່າວ, ແລະ ສ້າງຄວາມສາມັກຄີລະຫວ່າງທຸກໆຄົນ. ລາຍການວິທະຍຸກະຈາຍສຽງໄດ້ກາຍເປັນອາຫານທາງດ້ານຈິດໃຈ ທີ່ຂາດບໍ່ໄດ້ໃນຊີວິດຂອງຜູ້ຟັງ ແລະ ດຶງດູດໄວໜຸ່ມ ນັບມື້ນັບຫຼາຍຂຶ້ນ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນກະຈາຍສຽງໂລກ, ປີນີ້ ວິທະຍຸກະຈາຍສຽງຫວຽດນາມໄດ້ຈັດຕັ້ງການປະກວດບົດຂຽນໃຫ້ຜູ້ຟັງດ້ວຍຫົວຂໍ້ວ່າ “ ກະຈາຍສຽງ - ສະຕະວັດຮັບໃຊ້ການຖະແຫຼງຂ່າວ, ບັນເທິງ ແລະ ການສຶກສາ”. ງານປະກວດໄດ້ດຶງດູດຄວາມສົນໃຈເປັນພິເສດຈາກຜູ້ຟັງວິທະຍຸກະຈາຍສຽງ ແລະ ຜູ້ຮັກແພງວິທະຍຸດ້ວຍຫຼາຍຮ້ອຍບົດທີ່ສະແດງຄວາມຮັກແພງຕໍ່ລາຍການວິທະຍຸກະຈາຍສຽງ