ທ່ານນາງ ເຈິງກວາຍ ແລະ ທ່ານ ຫວູຫາຍ

ທີ່ການເຮັດວຽກ, ການນຳ 2 ອົງການໄດ້ເຫັນດີເປັນເອກະສັນຕັ້ງໜ້າແລກປ່ຽນບັນດາຄະນະພະນັກງານ, ການນຳເພື່ອແນໃສ່ດຳເນີນການຕີລາຄາບັນດາການເຄື່ອນໄຫວຮ່ວມມື ແລະ ວາງອອກບັນດາແຜນການຮ່ວມມືໃໝ່, ເພີ່ມທະວີການແລກປ່ຽນຄະນະນັກຂ່າວເພື່ອຮ່ຳຮຽນເອົາບົດຮຽນວິຊາຊີບ ແລະ ວິຊາສະເພາະ, ຕັ້ງໜ້າແລກປ່ຽນບັນດາລາຍການ, ຫົວເລື່ອງສະເພາະ, ລາຍການກະຈາຍສຽງ, ໂທລະພາບທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພ້ອມກັນນັ້ນ ຊຸກຍູ້ການເຄື່ອນໄຫວຮ່ວມມືໃນຂົງເຂດສື່ສານໃໝ່. ທີ່ການເຮັດວຽກ, ທ່ານນາງ ເຈິງກວາຍ ໄດ້ສະແດງຄວາມຫວັງຢາກຮ່ວມມືກັບ VOV ໃນບັນດາຂົງເຂດກະຈາຍສຽງ, ໂທລະພາບ ແລະ ສື່ເອເລັກໂຕນິກ. ຄຽງຄູ່ກັນນັ້ນ, ສົມທົບກັບ VOV ແປ່ ແລະ ພາກຮູບເງົາເອກະສານ, ຮູບເງົາກະຕຸນ, ຮູບເງົາປະຫວັດສາດເພື່ອສາຍຢູ່ແຂວງ ກວາງສີ ແລະ ຫວຽດນາມ.