ຕອນບ່າຍວັນທີ 13 ກໍລະກົດ, ຢູ່ສໍານັກງານວິທະຍຸກະຈາຍສຽງຫວຽດນາມ, ທີ່ຮ່າໂນ້ຍ ໄດ້ດໍາເນີນພິທີລົງນາມໃນສັນຍາວ່າດ້ວຍການຮ່ວມມື ຜະລິດລາຍການ “ພະເນຈອນພ້ອມກັບ Gulliver” ພາກທີ 2 ລະຫວ່າງ ຊ່ອງໂທລະພາບ ວັດທະນະທໍາ - ທ່ອງທ່ຽວ ຫວຽດນາມ Journey ຂຶ້ນກັບ ວິທະຍຸກະຈາຍສຽງຫວຽດນາມ ແລະ ກຸ່ມບໍລິສັດສື່ສານ Kansai TV ຍີ່ປຸ່ນ.

ທ່ານ ໂງມິງຫຽນ, ຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ

ກ່າວຄໍາເຫັນທີ່ພິທີລົງນາມ, ທ່ານ ໂງມິງຫຽນ, ຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຫວັງວ່າ ບັນດານັກຊ່ຽວຊານ, ບັນດາບໍລິສັດຜະລິດຂອງກຸ່ມບໍລິສັດສື່ສານ Kansai TV ຈະໜູນຊ່ວຍ, ສົມທົບກັບ ກຸ່ມຜະລິດລາຍການຂອງວິທະຍຸກະຈາຍສຽງຫວຽດນາມ ຢ່າງຄ່ອງແຄ້ວ ໃນການຜະລິດລາຍການ “ພະເນຈອນພ້ອມກັບ Gulliver” ພາກທີ 2 ນີ້. ທ່ານກ່າວວ່າ:

“ຂ້າພະເຈົ້າເຊື່ອໝັ້ນວ່າ ລາຍການ “ພະເນຈອນພ້ອມກັບ Gulliver” ພາກທີ 2 ຈະປະສົບຜົນສໍາເລັດຢ່າງຈົບງາມ. ຂ້າພະເຈົ້າຍັງດໍາເນີນບັ້ນໂຄສະນາສື່ສານໃຫ້ແກ່ລາຍການນີ້ຜ່ານສື່ຕ່າງໆຂອງ ວິທະຍຸກະຈາຍສຽງຫວຽດນາມ ເພື່ອໃຫ້ ມະຫາຊົນຫວຽດນາມ ຮູ້ຈັກເຖິງລາຍການນີ້ຫຼາຍທີ່ສຸດ ແລະ ມີການຕອບກັບຢ່າງຕັ້ງໜ້າ ກ່ຽວກັບລາຍການ ແລະ ພວກເຮົາຈະຜະລິດບັນດາພາກຕໍ່ໄປໃຫ້ດີກວ່າອີກ”.

ລາຍການໂທລະພາບ “ພະເນຈອນພ້ອມກັບ Gulliver” ພາກທີ 2 ແມ່ນໂຄງການຮ່ວມມືລະຫວ່າງຊ່່ອງໂທລະພາບວັດທະນະທໍາ - ການທ່ອງທ່ຽວຫວຽດນາມ Journey ຂຶ້ນກັບ ວິທະຍຸກະຈາຍສຽງຫວຽດນາມ ແລະ ກຸ່ມບໍບິສັດສື່ສານ Kansai TV ຂອງຍີ່ປຸ່ນ ນັບແຕ່ປີ 2017. ໂຄງການດັ່ງກ່າວ ແມ່ນເພື່ອແນໃສ່ຊຸກຍູ້ສອງຝ່າຍ ສືບຕໍ່ເຊັ່ນສັນຍາຜະລິດລາຍການ ພາກທີ 2 ດ້ວຍບັນດາມາດຕາຜູກພັນຢ່າງແໜ້ນແຟ້ນ ແລະ ແທດຈິງ.