|
ພາບ:ອີນເຕີແນັດ |
ຕາມນັ້ນແລ້ວ, ກອງທຶນອຸປະຖຳເດັກແຂວງ ກອນຕູມ ໄດ້ມອບຂອງຂວັນກວ່າ 2.250 ພູດໃຫ້ແກ່ເດັກປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນແຂວງ.
ແລະກໍ່ໃນຕອນຄ່ຳວັນດຽວກັນ, ຄະນະຊາວຫນຸ່ມກອມມູນິດ ໂຮ່ຈິມີນ ແຂວງ ດັກລັກ ໄດ້ສົມທົບກັບພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມຈັດຕັ້ງລາຍການຕ້ອນຮັບ “ບຸນໄຫວ້ພະຈັນ” ໃຫ້ແກ່ພວກນ້ອງນ້ອຍເຍົາວະຊົນອະນຸຊົນເມືອງ ກຣົງນັງ. ອ້າຍ Y Nhuân Byă, ເລຂາຄະນະຊາວຫນຸ່ມ ແຂວງ ດັກລັກ ໃຫ້ຮູ້ວ່າ:
“ນີ້ແມ່ນການເຄື່ອນໄຫວຈັດຂຶ້ນປະຈຳປີ ຊື່ງຄະນະປະຈຳຄະນະຊາວຫນຸ່ມແຂວງ ສົມທົບກັບບັນດາຫົວຫນ່ວຍຈັດຕັ້ງ. ປີນີ້ ວຽກງານກະກຽມ ແລະ ການຈົດທະບຽນຂອງບັນດາຫົວຫນ່ວຍ, ການມອບຂອງຂວັນ, ທຶນການສຶກສາແມ່ນຫລາຍກວ່າເມື່ອທຽບໃສ່ທຸກປີ.”
ໃນຕອນຄ່ຳວັນທີ 3 ຕຸລາ, ຢູ່ ນະຄອນ ໂຮ່ຈິມີນ ກໍ່ມີນ້ອງນ້ອຍເຍົາວະຊົນອະນຸຊົນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດນັບຮ້ອຍຄົນຢູ່ ບໍລິເວນນະຄອນ ໄດ້ເຂົ້າຮ່ວມລາຍການຕ້ອນຮັບ ບຸນໄຫວ້ພະຈັນຢູ່ ຫໍເຍົາວະຊົນອະນຸຊົນ ນະຄອນ.

