ວັນ​ບຸນ​ວັດ​ທະ​ນະ​ທຳ​ເຜົ່າ​ມົ້ງ ຄັ້ງ​ທີ IV ຢູ່​ແຂວງ​ດຽນ​ບຽນ ປີ 2026 ໄດ້​ດຳ​ເນີນ​ແຕ່​ວັນ​ທີ 9 ຕຸ​ລາ ຫາ​ວັນ​ທີ 11 ຕຸ​ລາ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ສິ​ລະ​ປະ​ການ, ນັກ​ສະ​ແດງ, ນັກ​ກິ​ລາ​ຊາວ​ເຜົ່າ​ມົ້ງ ​ຂອງ 11 ແຂວງ, ລວມ​ມີ: ດຽນ​ບຽນ, ຕວຽນ​ກວາງ, ຝູເຖາະ, ໄທ​ງວຽນ, ເຊີນ​ລາ, ກາວ​ບັ່ງ, ລາຍ​ເຈົາ, ລາວ​ກາຍ, ແທັງ​ຮ​ວາ, ເງະ​ອານ ແລະ ດັ​ກ​ລັກ. ໃນ​ໂອ​ກາດ​ນີ້, ຢູ່​ແຂວງດຽນ​ບຽນ ​ໄດ້​ດຳ​ເນີນຫຼາຍ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ຄື: ລາ​ຍ​ການ​ສະ​ແດງ​ສິ​ລ​ະ​ປະ​ແຄນ​ມົ້ງ; ລາຍ​ການ​ວາງ​ສະ​ແດງ, ແນະ​ນຳ, ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ເຜົ່າ​ມ້ົງ… ທີ່​ກາ​ນ​ຖະ​ແຫຼງ​ຂ່າວ​ໃນ​ຕອນ​ແລງວັນ​ທີ 24 ກັນ​ຍາ, ຢູ່​ຮ່າ​ໂນ້ຍ, ທ່ານ ເຈິ່ນ​ຫ໋າຍ​ຮ່າ, ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ແຂວງ​ດຽນ​ບຽນ ໃຫ້​ຮູ້​ວ່າ:

ວັນ​ບຸນ​ວັດ​ທະ​ນະ​ທຳ​ຊາວ​ເຜົ່າ​ມົ້ງ​ຄັ້ງ​ນີ້​ ມີ​ການ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ຂອບ​ຂະ​ໜາດ ແລະ ຮູບ​ແບບ​ການ​ຈັດ​ຕັ້ງ. ແທນ​ທີ່​ບັນ​ດາ​ການ​ເຄື່ອນ​ໄຫວ​ວັນ​ບຸນ​ທົ່ວ​ໄປ​ຄື: ການ​ລະຫຼິ້ນ, ບັນ​ເທິງ, ການ​ອະ​ນຸ​ລັກ​ຮັກ​ສາ, ການ​ເຊີດ​ຊູ​ວັດ​ທະ​ນະ​ທຳ, ວັນ​ບຸນ​ຄັ້ງ​ນີ້​ໄດ້ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ທ້ອງ​ຖິ່ນ ຕິດ​ພັນ​ກັບ​ການ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ອີກ​ດ້ວຍ. ອີກ​ຈຸດ​ໜຶ່ງ​ທີ່​ໃໝ່​ອ່ຽມ​ນັ້ນ​ແມ່ນ ລາຍ​ການ Carnaval. ນີ້​ແມ່ນການ​ແຫ່ຂະບວນ​ຕາມ​ຖະ​ໜົນ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ​ທີ່​ສຸດ​ໃນ​ການ​ຈັດ​ຕັ້ງ​ວັນ​ບຸນ​ວັດ​ທະ​ນະ​ທຳ​ເຜົ່າ​ມົ້ງ​ຄັ້ງ​ຕ່າງໆ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ, ດ້ວຍ​ຂອບ​ຂະ​ໜາດ​ຜູ້​ເຂົ້າ​ຮ່ວມ 3.000 ຄົນ, ລົດ​​ແຫ່ຂະບວນ 3 ຄັນ ແລະ ຫຼາຍ​ກຸ່ມກຳລັງ​ອື່ນໆ​ອີກ.