ຕອນຄ່ຳວັນທີ 26 ມິຖຸນາ, ຢູ່ສະໜາມຫຼວງ 16 ເມສາ, ຕາແສງດົງຫາຍ, ແຂວງແຄັງຮ່ວາ, ປຊຊ, ແຂກທ່ອງທ່ຽວ ແລະ ຊາວເຜົ່າຈຳເປັນຈຳນວນຫຼວງຫຼາຍ ໄດ້ເຂົ້າຮ່ວມພິທີໄຂວັນບຸນວັດທະນະທຳຊາວເຜົ່າຈຳຄັ້ງທີ 6 ປີ 2026.
ໃນບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຄຶກຄື້ນຂອງວັນບຸນ, ສະໜາມຫຼວງ 16 ເມສາເຕັ່ມໄປດ້ວຍສີສັນພື້ນເມືອງ ແລະ ສຽງຂອງບັນດາດົນຕີພື້ນເມືອງຂອງຊາວເຜົ່າຈຳ. ທ່ານ ໂມຮາມາດ, ສະມາຊິກຄະນະ ອານຢ່າງ ແບ່ງປັນວ່າ:
ຂ້າພະເຈົ້າຕ່າງໜ້າໃຫ້ ປຊຊ ຢູ່ແຂວງ ອາຢາງ ມານີ້ເຂົ້າຮ່ວມວັນບຸນ. ຈຸດພິເສດສະເພາະຂອງແຕ່ລະເຂດພາກໄດ້ສະແດງອອກຢ່າງຈະແຈ້ງ. ຂ້າພະເຈົ້າເປັນຊາວເຜົ່າຈຳອິດຊະລາມ, ສ່ວນຢູ່ນີ້ແມ່ນຊາວເຜົ່າຈຳບານີ, ຈຳເຮີຣອຍ…ແຕ່ລະເຂດພາກລ້ວນແຕ່ມີສີສັນສະເພາະ, ມີການພົບປະແລກປ່ຽນ, ຜ່ານນັນໄດ້ເພີ່ມຄວາມສາມັກຄີ.
