ປີ​ນີ້, ວັນ​ຄອບ​ຄົວ​ອາ​ຊຽນ 2026 ໂດຍ​ສະ​ຖານ​ທູດ ໄທ, ປະ​ທານ​ໝູນ​ວຽນ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ ປະ​ຈຳ​ເຊັກ​ໂກ​ປະ​ສານ​ງານ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ ແລະ ຈິດ​ໃຈ​ປະ​ຊາ​ຄົມ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ພ້ອມ​ທັງ​ແຜ່​ກະ​ຈາຍ​ພາບ​ພົດ​ຂອງ​ປະ​ຊາ​ຄົມ​ອາ​ຊຽນ​ສາ​ມັກ​ຄີ, ໃກ້​ຊິດຕິດ​ແທດ.

ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ໂດຍ​ຕ​າງ​ໜ້າ​​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ​ປະ​ຈຳສ.ເຊັກ​ໂກ, ທ່ານ Pichit Boonsud ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ​ປະ​ຈຳ ສ​.ເຊັກ​ໂກ ເນັ້ນ​ໜັກ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ອາ​ຊຽນ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ສະ​ມາ​ຄົມໃຫ້ກ້າ​ແກ່ນ,ປະ​ດິດ​ສ້າງ, ຂະ​ຫຍັນ​ຂັນ​ເຄື່ອນ ແລະ ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ກ​າຍ​ເປັນ​ຈຸດ​ໃຈ​ກາງ​ຂອງ​ການ​ເຕີ​ບ​ໂຕ​ໃນ​ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ ປາ​ຊີ​ຟິກ ຜ່ານ​ການ​ເສີມ​ຂະ​ຫຍາຍ ລັກ​ສະ​ນະ​ເປັນ​ໃຈ​ກາງ​ຂອງ​ອາ​ຊຽນໃນ​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ.